Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:16 - ພຣະຄຳພີລາວສະບັບສະໄໝໃໝ່

16 “ກົດບັນຍັດ ແລະ ຄຳສອນ​ຂອງ​ຜູ້ທຳນວາຍ​ໄດ້​ຮັບ​ການ​ປະກາດ​ຕະຫລອດ​ມາ​ຈົນ​ເຖິງ​ສະໄໝ​ຂອງ​ໂຢຮັນ. ຕັ້ງແຕ່​ເວລາ​ນັ້ນ​ມາ ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໄດ້​ຖືກ​ປະກາດ​ໄປ ແລະ ທຸກຄົນ​ກໍ​ກຳລັງ​ຍາດ​ກັນ​ເຂົ້າ​ໄປ​ໃນ​ອານາຈັກ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 “ມີ​ກົດບັນຍັດ​ແລະ​ຜູ້​ທຳນວາຍ ຈົນເຖິງ​ສະໄໝ​ໂຢຮັນ ຕັ້ງແຕ່​ນັ້ນ​ມາ ເຂົາ​ກໍ​ປະກາດ​ຂ່າວປະເສີດ​ເລື່ອງ​ຣາຊແຜ່ນດິນ​ຂອງ​ພຣະເຈົ້າ ແລະ​ຄົນ​ທັງປວງ​ກໍ​ຍາດ​ກັນ​ເຂົ້າ​ໃນ​ຣາຊແຜ່ນດິນ​ນັ້ນ.

Uka jalj uñjjattʼäta Copia luraña




ລູກາ 16:16
21 Jak'a apnaqawi uñst'ayäwi  

ຄະນະ​ທີ່​ເດີນທາງ​ໄປ, ຈົ່ງ​ປະກາດ​ຂໍ້ຄວາມ​ນີ້​ວ່າ, ‘ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ’.


ບໍ່​ແມ່ນ​ສິ່ງ​ທີ່​ກິນ​ເຂົ້າ​ໄປ​ໃນ​ປາກ​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ແມ່ນ​ສິ່ງ​ທີ່​ອອກ​ຈາກ​ປາກ​ຂອງ​ພວກເຂົາ​ນັ້ນ​ທີ່​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.


ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເພື່ອ​ຊີ້​ບອກ​ທາງ​ແຫ່ງ​ຄວາມຊອບທຳ​ໃຫ້​ແກ່​ພວກເຈົ້າ ແລະ ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ແຕ່​ຄົນເກັບພາສີ ແລະ ຍິງໂສເພນີ​ໄດ້​ເຊື່ອ​ເພິ່ນ ແລະ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບໃຈ ແລະ ເຊື່ອ​ເພິ່ນ.


ແລະ ກ່າວ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່, ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ເທດສະໜາ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ຫລັງ​ຈາກ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.


ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


‘ແມ່ນ​ແຕ່​ຂີ້ຝຸ່ນ​ຂອງ​ເມືອງ​ນີ້​ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ເຊັດ​ອອກ​ເພື່ອ​ເປັນ​ການ​ເຕືອນ​ພວກເຈົ້າ. ແຕ່​ຈົ່ງ​ຈຳ​ໄວ້​ໃນ​ຂໍ້​ນີ້​ວ່າ: ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ’.


ຈົ່ງ​ຮັກສາ​ຄົນເຈັບປ່ວຍ​ຢູ່​ໃນ​ເມືອງ​ນັ້ນ ແລະ ບອກ​ພວກເຂົາ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ພວກເຈົ້າ​ແລ້ວ’.


“ອັບຣາຮາມ​ຕອບ​ວ່າ, ‘ພວກເຂົາ​ມີ​ໂມເຊ ແລະ ບັນດາ​ຜູ້ທຳນວາຍ​ຢູ່​ແລ້ວ ຈົ່ງ​ໃຫ້​ພວກເຂົາ​ຟັງ​ຄົນ​ເຫລົ່ານັ້ນ’.


“ແຕ່​ອັບຣາຮາມ​ກ່າວ​ກັບ​ລາວ​ວ່າ, ‘ຖ້າ​ພວກເຂົາ​ບໍ່​ຟັງ​ໂມເຊ ແລະ ບັນດາ​ຜູ້ທຳນວາຍ​ແລ້ວ, ເຖິງ​ຈະ​ມີ​ຄົນ​ຄືນ​ມາ​ຈາກ​ຕາຍ​ພວກເຂົາ​ກໍ​ຈະ​ບໍ່​ຍອມ​ເຊື່ອ’”.


ແລະ ພຣະອົງ​ໃຊ້​ພວກເພິ່ນ​ອອກ​ໄປ​ເພື່ອ​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ເພື່ອ​ຮັກສາ​ຄົນເຈັບປ່ວຍ.


ຟີລິບ​ໄດ້​ພົບ​ນະທານາເອັນ ແລະ ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຂຽນ​ໄວ້​ເໝືອນ​ກັນ​ຄື ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ລູກ​ຂອງ​ໂຢເຊັບ”.


ຖ້າ​ພວກເຮົາ​ປ່ອຍ​ໃຫ້​ລາວ​ເຮັດ​ແບບ​ນີ້​ຕໍ່ໄປ ທຸກ​ຄົນ​ກໍ​ຈະ​ພາກັນ​ເຊື່ອ​ລາວ ແລ້ວ​ພວກໂຣມ​ກໍ​ຈະ​ມາ​ເອົາ​ທັງ​ວິຫານ ແລະ ຊາດ​ຂອງ​ພວກເຮົາ​ໄປ”.


ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ຕໍ່​ກັນ​ວ່າ, “ເຫັນ​ບໍ, ພວກເຮົາ​ເຮັດ​ຫຍັງ​ບໍ່​ໄດ້​ເລີຍ. ເບິ່ງ​ແມ ໝົດ​ທັງ​ໂລກ​ກໍ​ຕິດຕາມ​ມັນ​ໄປ!”


ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ລົງ​ມາ ແລະ ກວນ​ນ້ຳ​ເປັນ​ບາງຄັ້ງຄາວ. ໃນ​ແຕ່​ລະ​ເທື່ອ​ທີ່​ນ້ຳ​ເຟືອນ​ຄົນທຳອິດ​ທີ່​ລົງ​ໄປ​ໃນ​ສະນໍ້າ​ກໍ​ຈະ​ໄດ້​ຮັບ​ການປິ່ນປົວ​ຈາກ​ພະຍາດ​ຕ່າງໆ​ທີ່​ພວກເຂົາ​ເປັນ.


ແຕ່​ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ຈະ​ເປັນຈິງ​ຕາມ​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ຜ່ານ​ທາງ​ຜູ້ທຳນວາຍ​ທັງໝົດ​ວ່າ ພຣະຄຣິດເຈົ້າ​ຂອງ​ພຣະອົງ​ຕ້ອງ​ທົນທຸກທໍລະມານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka