Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ພຣະອົງ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ຕົນ​ເອງ​ຊອບທຳ​ໃນ​ສາຍຕາ​ຄົນ​ອື່ນ, ແຕ່​ພຣະເຈົ້າ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ສິ່ງ​ທີ່​ຄົນ​ທັງຫລາຍ​ຖື​ວ່າ​ມີ​ຄຸນຄ່າ​ສູງ​ກໍ​ເປັນ​ທີ່​ໜ້າ​ລັງກຽດ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”

Uka jalj uñjjattʼäta Copia luraña




ລູກາ 16:15
40 Jak'a apnaqawi uñst'ayäwi  

“ພວກເຂົາ​ເຮັດ​ທຸກສິ່ງ​ເພື່ອ​ໃຫ້​ຄົນ​ເຫັນ ພວກເຂົາ​ເຮັດ​ແອບໜັງ​ທີ່​ບັນຈຸ​ຂໍ້ພຣະຄຳພີ​ຂະໜາດ​ໃຫຍ່ ແລະ ຂອບ​ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ເຮັດ​ຍອຍ​ຍາວ​ອອກໄປ.


“ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຢ່າ​ເຮັດ​ໜ້າເສົ້າໝອງ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ ເພາະວ່າ​ພວກເຂົາ​ເຮັດ​ໜ້າເສົ້າໝອງ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຂົາ​ກຳລັງ​ຖືສິນອົດອາຫານ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ເຕັມທີ່​ແລ້ວ.


“ດັ່ງນັ້ນ, ເມື່ອ​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂັດສົນ, ຢ່າ​ເປົ່າ​ແກ​ໄປ​ກ່ອນ​ໜ້າ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ​ເຮັດ​ໃນ​ທຳມະສາລາ ແລະ ຕາມ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ຍົກຍ້ອງ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ຕົນ​ຢ່າງ​ເຕັມທີ່​ແລ້ວ.


“ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເປັນ​ເໝືອນ​ຄົນໜ້າຊື່ໃຈຄົດ, ເພາະ​ພວກເຂົາ​ມັກ​ຢືນ​ອະທິຖານ​ໃນ​ທຳມະສາລາ ແລະ ຕາມ​ແຈ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ເຫັນ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ແລ້ວ​ຈາກ​ມະນຸດ.


ແຕ່​ຄົນ​ນັ້ນ​ຢາກ​ສະແດງ​ຕົນ​ວ່າ​ເປັນ​ຄົນ​ມີ​ສິນທຳ, ລາວ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ແລ້ວ​ແມ່ນ​ຜູ້ໃດ​ເປັນ​ເພື່ອນບ້ານ​ຂອງ​ຂ້ານ້ອຍ?”


ແລ້ວ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ບັດນີ້, ເຈົ້າ ພວກ​ຟາຣີຊາຍ​ເອີຍ, ພວກເຈົ້າ​ລ້າງ​ຈອກ ແລະ ຖ້ວຍຊາມ​ໃຫ້​ສະອາດ​ແຕ່​ພາຍນອກ ແຕ່​ພາຍໃນ​ຂອງ​ພວກເຈົ້າ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມໂລບ ແລະ ຄວາມ​ຊົ່ວຮ້າຍ.


ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.


“ເຮົາ​ບອກ​ພວກເຈົ້າ​ວ່າ​ຄົນ​ນີ້​ແຫລະ ເມື່ອ​ກັບ​ໄປ​ທີ່​ເຮືອນ​ຂອງ​ຕົນ​ກໍ​ຖື​ວ່າ​ເປັນ​ຄົນຊອບທຳ​ຕໍ່ໜ້າ​ພຣະເຈົ້າ​ຫລາຍ​ກວ່າ​ຄົນ​ອື່ນ. ເພາະວ່າ​ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ກົດ​ລົງ ແລະ ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”.


ລາວ​ຕອບ​ວ່າ, “ທັງໝົດ​ນີ້​ຂ້ານ້ອຍ​ໄດ້​ຖື​ຮັກສາ​ມາ​ຕັ້ງແຕ່​ນ້ອຍ​ແລ້ວ”.


ສຳລັບ​ບາງຄົນ​ທີ່​ໝັ້ນໃຈ​ໃນ​ຄວາມ​ຊອບທຳ​ຂອງ​ຕົນເອງ ແລະ ດູຖູກ​ຄົນ​ອື່ນ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ວ່າ,


ພວກເຂົາ​ໄດ້​ຕິດຕາມ​ເບິ່ງ​ພຣະອົງ​ຢ່າງ​ໃກ້ຊິດ ໂດຍ​ໃຊ້​ພວກ​ສອດແນມ ເຊິ່ງ​ເຮັດຄື​ວ່າ​ຈິງໃຈ. ພວກເຂົາ​ຫວັງ​ຈະ​ຈັບ​ຜິດ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ການ​ປົກຄອງ ແລະ ສິດອຳນາດ​ຂອງ​ຜູ້ປົກຄອງ.


ພວກເຂົາ​ສໍ້ໂກງ​ເອົາ​ເຮືອນ​ຂອງ​ບັນດາ​ແມ່ໝ້າຍ ແລະ ເຮັດ​ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ​ເພື່ອ​ໃຫ້​ຄົນ​ເຫັນ. ຄົນ​ເຫລົ່ານີ້​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ”.


ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ມາ​ເປັນພະຍານ​ເຖິງ​ເລື່ອງ​ມະນຸດ, ເພາະ​ພຣະອົງ​ຮູ້ຈັກ​ດີ​ວ່າ​ມີ​ຫຍັງ​ແດ່​ຢູ່​ໃນ​ແຕ່ລະຄົນ.


ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.


(ຢູດາ​ໄດ້​ນຳ​ເງິນ​ທີ່​ໄດ້​ມາ​ຈາກ​ການ​ເຮັດ​ຊົ່ວ​ຂອງ​ຕົນ​ໄປ​ຊື້​ດິນ​ຕອນ​ໜຶ່ງ, ລາວ​ໄດ້​ລົ້ມລົງ​ຫົວ​ຟາດ​ພື້ນ​ຢູ່​ທີ່​ນັ້ນ ເລົາຄີງ​ແຕກ​ໄສ້​ໄຫລ​ອອກ​ມາ​ໝົດ.


ຫລັງຈາກນັ້ນ ພວກເພິ່ນ​ກໍ​ອະທິຖານ​ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້​ຈິດໃຈ​ຂອງ​ທຸກຄົນ. ຂໍ​ສະແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ຄົນ​ໃດ​ໃນ​ສອງ​ຄົນ​ນີ້


ພຣະເຈົ້າ​ຜູ້​ຮູ້​ຈິດໃຈ​ມະນຸດ ໄດ້​ສະແດງ​ວ່າ​ພຣະອົງ​ຍອມ​ຮັບ​ພວກເຂົາ​ໂດຍ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ພວກເຂົາ, ເໝືອນ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.


ເຫດສະນັ້ນ, ບໍ່​ມີ​ຜູ້ໃດ​ທີ່​ຖືວ່າ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ໂດຍ​ການ​ເຮັດ​ຕາມ​ກົດບັນຍັດ, ກົດບັນຍັດ​ພຽງ​ແຕ່​ເຮັດ​ໃຫ້​ພວກເຮົາ​ສັງເກດ​ຮູ້ຈັກ​ຄວາມບາບ.


ແລະ ພຣະເຈົ້າ​ຜູ້​ທີ່​ຄົ້ນຫາ​ຫົວໃຈ​ຂອງ​ພວກເຮົາ​ກໍ​ຮູ້​ຄວາມນຶກຄິດ​ຂອງ​ພຣະວິນຍານ ເພາະວ່າ​ພຣະວິນຍານ​ອະທິຖານ​ອ້ອນວອນ​ແທນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


ແຕ່​ໃຫ້​ເປັນ​ຄວາມງາມ​ທີ່​ຢູ່​ພາຍໃນ ຄື​ຄວາມງາມ​ທີ່​ບໍ່​ເສື່ອມສູນ​ຂອງ​ຈິດໃຈ​ທີ່​ອ່ອນນ້ອມ ແລະ ສະຫງົບ ເຊິ່ງ​ມີ​ຄຸນຄ່າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຫລາຍ.


ໃນ​ທຳນອງ​ດຽວ​ກັນ​ນີ້ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນ​ກວ່າ, ຈົ່ງ​ຍອມ​ເຊື່ອຟັງ​ບັນດາ​ຜູ້​ທີ່​ອາວຸໂສ​ກວ່າ. ພວກເຈົ້າ​ທຸກຄົນ​ຈົ່ງ​ສວມ​ຄວາມຖ່ອມໃຈ​ຕໍ່​ກັນແລະກັນ ເພາະວ່າ, “ພຣະເຈົ້າ​ຄັດຄ້ານ​ຄົນ​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຄົນ​ທີ່​ຖ່ອມຕົວລົງ”.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka