Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:13 - ພຣະຄຳພີລາວສະບັບສະໄໝໃໝ່

13 “ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 “ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຮັກ​ນາຍ​ຜູ້​ນີ້ ແລະ​ຈະ​ຊັງ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດພັນ​ກັບ​ນາຍ​ຜູ້​ນີ້ ແລະ​ຈະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພຣະເຈົ້າ ແລະ​ຮັບໃຊ້​ເງິນຄຳ​ພ້ອມ​ກັນ​ບໍ່ໄດ້.”

Uka jalj uñjjattʼäta Copia luraña




ລູກາ 16:13
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ວ່າ, “ມານຊາຕານ, ຈົ່ງ​ໜີ​ໄປ​ຈາກ​ເຮົາ! ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ​ເທົ່ານັ້ນ’”.


“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.


“ຜູ້ໃດ​ບໍ່​ຢູ່​ຝ່າຍ​ເຮົາ​ກໍ​ຕໍ່ສູ້​ເຮົາ, ແລະ ຜູ້ໃດ​ບໍ່​ຮວມເຂົ້າ​ກັນ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ກະຈັດກະຈາຍ​ໄປ.


“ຖ້າ​ຜູ້ໃດ​ມາ​ຫາ​ເຮົາ ແລະ ບໍ່​ຊັງ​ພໍ່​ແມ່, ເມຍ, ລູກ ແລະ ອ້າຍ​ເອື້ອຍ​ນ້ອງ ຫລື ແມ່ນແຕ່​ຊີວິດ​ຂອງ​ຕົນ​ເອງ, ຜູ້​ນັ້ນ​ຈະ​ເປັນ​ສາວົກ​ຂອງ​ເຮົາ​ບໍ່​ໄດ້.


ແລະ ຖ້າ​ພວກເຈົ້າ​ໄວ້ໃຈ​ໃຫ້​ເບິ່ງແຍງ​ຊັບສິນ​ຂອງ​ຄົນ​ອື່ນ​ບໍ່​ໄດ້, ຜູ້ໃດ​ຈະ​ມອບ​ຊັບສິນ​ໃຫ້​ເປັນ​ຂອງ​ພວກເຈົ້າ?


ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ໃຊ້​ຊັບສົມບັດ​ຝ່າຍ​ໂລກ​ເພື່ອ​ສ້າງ​ມິດ​ສຳລັບ​ພວກເຈົ້າ​ເອງ ເພື່ອ​ວ່າ​ເມື່ອ​ເວລາ​ຊັບ​ນັ້ນ​ໝົດ​ໄປ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ເຂົ້າ​ສູ່​ບ່ອນຢູ່​ອັນ​ຖາວອນ​ເປັນນິດ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ, ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກທ່ານ​ກໍ​ເປັນ​ຝ່າຍ​ພວກທ່ານ​ແລ້ວ”.


ພວກເຈົ້າ​ຄົນ​ຫລິ້ນຊູ້, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດຕູ​ຕໍ່ສູ້​ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດ​ທີ່​ເລືອກ​ຈະ​ເປັນມິດ​ກັບ​ໂລກ​ກໍ​ກາຍເປັນ​ສັດຕູ​ຕໍ່​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka