Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:10 - ພຣະຄຳພີລາວສະບັບສະໄໝໃໝ່

10 “ຜູ້ໃດ​ກໍ​ຕາມ​ທີ່​ໄວ້ໃຈ​ໄດ້​ໃນ​ສິ່ງ​ເລັກນ້ອຍ ກໍ​ໄວ້ໃຈ​ໄດ້​ໃນ​ສິ່ງ​ໃຫຍ່​ເໝືອນກັນ, ແລະ ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ສັດຊື່​ໃນ​ສິ່ງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງ​ໃຫຍ່​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຄົນ​ໃດ​ທີ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ສັດຊື່​ໃນ​ສິ່ງ​ຂອງ​ຫລາຍ​ດ້ວຍ ຄົນ​ໃດ​ທີ່​ບໍ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງຂອງ​ຫລາຍ​ເໝືອນກັນ.

Uka jalj uñjjattʼäta Copia luraña




ລູກາ 16:10
9 Jak'a apnaqawi uñst'ayäwi  

“ແມ່ນ​ຜູ້ໃດ​ທີ່​ເປັນ​ຄົນຮັບໃຊ້​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ບັນດາ​ຄົນຮັບໃຊ້​ໃນ​ເຮືອນ​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ ແລະ ສັດຊື່! ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ​ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ສິ່ງຂອງ​ຫລາຍຢ່າງ, ຈົ່ງ​ມາ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ!’


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ ແລະ ສັດຊື່! ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ​ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ສິ່ງຂອງ​ຫລາຍຢ່າງ. ຈົ່ງ​ມາ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ!’


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ​ຂອງ​ເຮົາ! ເພາະ​ເຈົ້າ​ສັດຊື່​ໄວ້​ໃຈ​ໄດ້​ໃນ​ສິ່ງ​ເລັກນ້ອຍ, ຈົ່ງ​ປົກຄອງ​ສິບ​ຫົວເມືອງ’.


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ລາວ​ຫ່ວງໃຍ​ນໍາ​ຄົນຍາກຈົນ​ແຕ່​ເພາະ​ລາວ​ເປັນ​ຄົນຂີ້ລັກ, ໃນ​ຖານະ​ເປັນ​ຜູ້​ຖື​ຖົງ​ເງິນ ລາວ​ເຄີຍ​ຍັກຍອກ​ເອົາ​ເງິນ​ທີ່​ໃສ່​ໄວ້​ໃນ​ຖົງ​ນັ້ນ​ໄປ.


ເມື່ອ​ພຣະອົງ​ກຳລັງ​ຮັບປະທານ​ອາຫານ​ຄ່ຳ​ຢູ່ ແລະ ມານຮ້າຍ​ກໍ​ໄດ້​ເຂົ້າ​ສິງ​ໃນ​ໃຈ​ຂອງ​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ​ໃຫ້​ມີ​ຄວາມຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ທັນທີ​ທີ່​ຢູດາ​ຮັບ​ເອົາ​ເຂົ້າຈີ່​ນັ້ນ ມານຊາຕານ​ກໍ​ເຂົ້າ​ສິງ​ຢູ່​ໃນ​ລາວ. ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ສິ່ງ​ທີ່​ເຈົ້າ​ກຳລັງ​ຈະ​ເຮັດ ກໍ​ຈົ່ງ​ຟ້າວ​ເຮັດ​ສາ”.


ພຣະອົງ​ສັດຊື່​ຕໍ່​ພຣະເຈົ້າ​ຜູ້​ແຕ່ງຕັ້ງ​ພຣະອົງ ເໝືອນດັ່ງ​ທີ່​ໂມເຊ​ສັດຊື່​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka