Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກສາວົກ​ວ່າ: “ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ຜູ້ຈັດການ​ຂອງ​ເພິ່ນ​ຖືກ​ກ່າວຫາ​ວ່າ​ກຳລັງ​ຜານ​ຊັບສິນ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຍັງ​ມີ​ເສດຖີ​ທີ່​ມີ​ພະນັກງານ​ຜູ້ໜຶ່ງ ລາວ​ເປັນ​ຜູ້ຈັດການ​ຊັບສິນ​ຂອງ​ເພິ່ນ ມີ​ຄົນ​ມາ​ລາຍງານ​ເສດຖີ​ວ່າ ພະນັກງານ​ຄົນ​ນັ້ນ​ກຳລັງ​ຜານ​ຊັບ​ຂອງ​ເພິ່ນ,

Uka jalj uñjjattʼäta Copia luraña




ລູກາ 16:1
19 Jak'a apnaqawi uñst'ayäwi  

“ເມື່ອ​ຮອດ​ຕອນແລງ​ມາ ເຈົ້າຂອງ​ສວນອະງຸ່ນ​ກໍ​ບອກ​ຜູ້ຈັດການ​ສວນ​ຂອງ​ຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ ຈ່າຍ​ຄ່າແຮງງານ​ໃຫ້​ພວກເຂົາ, ເລີ່ມ​ຕັ້ງແຕ່​ຜູ້ຮັບຈ້າງ​ຄົນ​ຫລ້າສຸດ​ໄປ​ຈົນ​ເຖິງ​ຜູ້ຮັບຈ້າງ​ຄົນ​ທຳອິດ’.


ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ຜູ້ຈັດການ​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ຄົນຮັບໃຊ້​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?


“ຕໍ່ມາ​ບໍ່​ດົນ​ເທົ່າໃດ, ລູກຊາຍຫລ້າ​ກໍ​ໄດ້​ຮວບຮວມ​ຊັບສົມບັດ​ທັງໝົດ​ຂອງ​ຕົນ​ແລ້ວ​ອອກ​ໄປ​ທ່ຽວ​ແດນ​ໄກ ແລະ ໄດ້​ຜານ​ຊັບ​ຂອງ​ຕົນ​ທີ່​ມີ​ຢູ່​ນັ້ນ​ດ້ວຍ​ການ​ໃຊ້​ຊີວິດ​ຢ່າງ​ຟຸມເຟືອຍ.


ແຕ່​ເມື່ອ​ລູກ​ຂອງ​ພໍ່​ຄົນ​ນີ້ ຜູ້​ທີ່​ໄດ້​ຜານ​ຊັບສົມບັດ​ຂອງ​ພໍ່​ໝົດ​ດ້ວຍ​ການ​ໄປ​ຄົບຫາ​ກັບ​ພວກ​ໂສເພນີ​ໄດ້​ກັບ​ຄືນ​ມາ, ພໍ່​ກໍ​ຍັງ​ຂ້າ​ລູກງົວ​ໂຕ​ຕຸ້ຍພີ​ເພື່ອ​ລາວ’.


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ນຸ່ງ​ຊຸດ​ສີມ່ວງ ແລະ ຜ້າຝ້າຍລິນິນ​ເນື້ອ​ລະອຽດ​ດີ ແລະ ໃຊ້​ຊີວິດ​ຢ່າງ​ສຸກສະບາຍ​ທຸກ​ມື້.


ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ຄົນ​ນັ້ນ​ມາ ແລະ ຖາມ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງໃດ? ຈົ່ງ​ເອົາ​ບັນຊີ​ທີ່​ເຈົ້າ​ຈັດການ​ຢູ່​ນັ້ນ​ມາ, ເພາະ​ເຈົ້າ​ບໍ່​ສາມາດ​ເປັນ​ຜູ້ຈັດການ​ຕໍ່​ໄປ​ໄດ້​ອີກ’.


“ຫລັງຈາກນັ້ນ​ຄົນຮັບໃຊ້​ອີກ​ຄົນ​ໜຶ່ງ​ເຂົ້າ​ມາ ແລະ ເວົ້າ​ວ່າ, ‘ນາຍ​ເອີຍ ນີ້​ຄື​ເງິນ​ໜຶ່ງ​ມີນາ​ຂອງ​ທ່ານ, ຂ້ານ້ອຍ​ໄດ້​ເອົາ​ຜ້າ​ຫໍ່​ເກັບ​ໄວ້.


ໂຢຮັນນາ​ເມຍ​ຂອງ​ຈູຊາ ຜູ້​ທີ່​ເປັນ​ຜູ້ຈັດການ​ດູແລ​ໃນ​ເຮືອນ​ຂອງ​ເຮໂຣດ, ນາງ​ຊູຊັນນາ ແລະ ແມ່ຍິງ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ. ແມ່ຍິງ​ເຫລົ່ານີ້​ເຄີຍ​ບົວລະບັດ​ພວກເພິ່ນ​ດ້ວຍ​ຊັບສິນ​ຂອງ​ຕົນ​ເອງ.


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ເມື່ອ​ພວກເຈົ້າ​ຂໍ​ແລ້ວ​ພວກເຈົ້າ​ບໍ່​ໄດ້​ຮັບ​ກໍ​ເພາະ​ພວກເຈົ້າ​ຂໍ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ເພື່ອ​ຈະ​ນຳ​ໄປ​ສະໜອງ​ຕາມ​ຄວາມຕ້ອງການ​ຂອງ​ຕົນເອງ.


ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka