Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 15:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເຮົາ​ບອກ​ພວກເຈົ້າ​ວ່າ​ໃນ​ທຳນອງ​ດຽວ​ກັນ​ນີ້ ໃນ​ສະຫວັນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ຫລາຍ​ທີ່​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍ​ກວ່າ​ໃນ​ຄົນ​ຊອບທຳ​ເກົ້າສິບເກົ້າ​ຄົນ​ທີ່​ບໍ່​ຢາກ​ຖິ້ມໃຈເກົ່າເອົາໃຈໃໝ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ໃນ​ສະຫວັນ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ທີ່​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຫລາຍກວ່າ​ຄົນ​ສິນທຳ​ເກົ້າສິບເກົ້າ​ຄົນ ທີ່​ບໍ່​ຕ້ອງການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”

Uka jalj uñjjattʼäta Copia luraña




ລູກາ 15:7
13 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ລາວ​ພົບ​ແກະ​ນັ້ນ​ແລ້ວ ຜູ້​ນັ້ນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ໃນ​ແກະ​ໂຕ​ນັ້ນ​ຫລາຍກວ່າ​ແກະ​ເກົ້າສິບເກົ້າ​ໂຕ​ທີ່​ບໍ່​ໄດ້​ຫລົງເສຍ​ໄປ.


ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່.


ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.


ແຕ່​ລາວ​ໄດ້​ຕອບ​ພໍ່​ວ່າ, ‘ເບິ່ງ​ແມ! ລູກ​ໄດ້​ຮັບໃຊ້​ພໍ່​ດັ່ງ​ທາດ​ຕະຫລອດ​ມາ​ຫລາຍ​ປີ ແລະ ບໍ່​ເຄີຍ​ຝ່າຝືນ​ຄຳສັ່ງ​ຂອງ​ພໍ່​ຈັກ​ເທື່ອ. ແມ່ນແຕ່​ແບ້ໜຸ່ມ​ໂຕ​ໜຶ່ງ​ພໍ່​ກໍ​ຍັງ​ບໍ່​ເຄີຍ​ຍົກ​ໃຫ້​ລູກ​ເພື່ອ​ຈັດງານລ້ຽງ​ສະຫລອງ​ກັບ​ໝູ່​ເພື່ອນ.


ແຕ່​ທີ່​ພວກເຮົາ​ຕ້ອງ​ສະຫລອງ ແລະ ຊື່ນຊົມຍິນດີ​ນັ້ນ, ເພາະ​ນ້ອງຊາຍ​ຂອງ​ເຈົ້າ​ຄົນ​ນີ້​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ. ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’”.


ແລະ ກັບ​ຄືນ​ເຮືອນ. ຫລັງຈາກນັ້ນ​ລາວ​ກໍ​ເອີ້ນ​ເອົາ​ບັນດາ​ມິດສະຫາຍ ແລະ ເພື່ອນບ້ານ​ຂອງ​ຕົນ​ມາ​ພ້ອມ​ກັນ ແລະ ກ່າວ​ວ່າ, ‘ມາ​ຮ່ວມ​ຍິນດີ​ກັບ​ເຮົາ ເຮົາ​ໄດ້​ພົບ​ແກະ​ໂຕ​ທີ່​ຫລົງ​ຫາຍ​ນັ້ນ​ແລ້ວ’.


“ຫລື ສົມມຸດ​ວ່າ​ຍິງ​ຄົນ​ໜຶ່ງ​ມີ​ຫລຽນ​ເງິນ​ຢູ່​ສິບ​ຫລຽນ ແລະ ເສຍ​ໄປ​ໜຶ່ງ​ຫລຽນ. ນາງ​ຈະ​ບໍ່​ໄຕ້​ຕະກຽງ, ກວາດ​ເຮືອນ ແລະ ຄົ້ນຫາ​ຢ່າງ​ຄັກແນ່​ຈົນ​ກວ່າ​ນາງ​ຈະ​ພົບ​ຫລຽນ​ນັ້ນ​ບໍ?


ພຣະອົງ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ຕົນ​ເອງ​ຊອບທຳ​ໃນ​ສາຍຕາ​ຄົນ​ອື່ນ, ແຕ່​ພຣະເຈົ້າ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ສິ່ງ​ທີ່​ຄົນ​ທັງຫລາຍ​ຖື​ວ່າ​ມີ​ຄຸນຄ່າ​ສູງ​ກໍ​ເປັນ​ທີ່​ໜ້າ​ລັງກຽດ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.


ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ຄົນຊອບທຳ ແຕ່​ມາ​ເພື່ອ​ເອີ້ນ​ຄົນບາບ​ໃຫ້​ກັບໃຈໃໝ່”.


ຄັ້ງ​ໜຶ່ງ ເຮົາ​ເຄີຍ​ດຳເນີນຊີວິດ​ໂດຍ​ບໍ່​ມີ​ກົດບັນຍັດ, ແຕ່​ພໍ​ມີ​ພຣະບັນຍັດ​ຄວາມບາບ​ກໍ​ມີຊີວິດ​ຂຶ້ນ​ມາ ແລະ ເຮົາ​ກໍ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka