Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 15:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລະ ເມື່ອ​ລາວ​ພົບ​ແກະ​ນັ້ນ​ແລ້ວ ລາວ​ກໍ​ແບກ​ແກະ​ນັ້ນ​ໃສ່​ບ່າ​ຂອງ​ຕົນ​ດ້ວຍ​ຄວາມຊື່ນຊົມຍິນດີ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເມື່ອ​ພົບ​ແລ້ວ ລາວ​ກໍ​ດີໃຈ​ທີ່ສຸດ ຈຶ່ງ​ຍົກ​ແກະ​ນັ້ນ​ໃສ່​ບ່າ​ຂອງຕົນ

Uka jalj uñjjattʼäta Copia luraña




ລູກາ 15:5
31 Jak'a apnaqawi uñst'ayäwi  

ແຕ່​ທີ່​ພວກເຮົາ​ຕ້ອງ​ສະຫລອງ ແລະ ຊື່ນຊົມຍິນດີ​ນັ້ນ, ເພາະ​ນ້ອງຊາຍ​ຂອງ​ເຈົ້າ​ຄົນ​ນີ້​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ. ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’”.


“ສົມມຸດ​ວ່າ​ໃນ​ພວກເຈົ້າ​ມີ​ຄົນ​ໜຶ່ງ​ມີ​ແກະ​ຢູ່​ໜຶ່ງຮ້ອຍ​ໂຕ ແລະ ໜຶ່ງ​ໃນ​ຈຳນວນ​ນັ້ນ​ຫາຍ​ໄປ, ລາວ​ຈະ​ບໍ່​ປະ​ແກະ​ເກົ້າສິບເກົ້າ​ໂຕ​ໄວ້​ກາງ​ທົ່ງຫຍ້າ ແລ້ວ​ໄປ​ຊອກຫາ​ໂຕ​ທີ່​ຫາຍ​ໄປ​ນັ້ນ​ຈົນ​ກວ່າ​ລາວ​ຈະ​ພົບ​ບໍ?


ແລະ ກັບ​ຄືນ​ເຮືອນ. ຫລັງຈາກນັ້ນ​ລາວ​ກໍ​ເອີ້ນ​ເອົາ​ບັນດາ​ມິດສະຫາຍ ແລະ ເພື່ອນບ້ານ​ຂອງ​ຕົນ​ມາ​ພ້ອມ​ກັນ ແລະ ກ່າວ​ວ່າ, ‘ມາ​ຮ່ວມ​ຍິນດີ​ກັບ​ເຮົາ ເຮົາ​ໄດ້​ພົບ​ແກະ​ໂຕ​ທີ່​ຫລົງ​ຫາຍ​ນັ້ນ​ແລ້ວ’.


ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ໃນ​ວັນນີ້​ຄວາມພົ້ນ​ໄດ້​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ, ເພາະ​ຊາຍ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ວັນນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ”.


ເຮົາ​ໄດ້​ບອກ​ສິ່ງ​ນີ້​ແກ່​ພວກເຈົ້າ​ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ພວກເຈົ້າ ແລະ ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບເຕັມບໍລິບູນ.


ເພາະ​ພວກເຮົາ​ເປັນ​ຜົນງານ​ຂອງ​ພຣະເຈົ້າ ເຊິ່ງ​ໄດ້​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າເຢຊູ ເພື່ອ​ໃຫ້​ເຮັດ​ການ​ດີ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ໃຫ້​ພວກເຮົາ​ປະຕິບັດ.


ເຮົາ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ຂ່າວປະເສີດ​ນີ້​ໂດຍ​ຂອງປະທານ​ທີ່​ມາ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຮົາ​ໂດຍ​ການທຳງານ​ແຫ່ງ​ລິດອຳນາດ​ຂອງ​ພຣະອົງ.


ເພາະວ່າ​ຂ່າວປະເສີດ​ຂອງ​ພວກເຮົາ​ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ບໍ່​ແມ່ນ​ພຽງແຕ່​ດ້ວຍ​ຖ້ອຍຄຳ​ເທົ່ານັ້ນ ແຕ່​ໄດ້​ມາ​ດ້ວຍ​ລິດອຳນາດ, ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ຄວາມເຊື່ອໝັ້ນ​ອັນ​ເລິກເຊິ່ງ. ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນຊີວິດ​ຢ່າງໃດ​ໃນ​ທ່າມກາງ​ພວກເຈົ້າ​ເພື່ອ​ເຫັນ​ແກ່​ພວກເຈົ້າ​ທັງຫລາຍ.


ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ຜູ້​ທີ່​ພຣະເຈົ້າ​ໄດ້​ປົກປ້ອງ​ໄວ້​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ​ຜ່ານທາງ​ຄວາມເຊື່ອ ຈົນ​ເຖິງ​ຄວາມພົ້ນ ເຊິ່ງ​ພ້ອມ​ແລ້ວ​ທີ່​ຈະ​ເປີດເຜີຍ​ໃນ​ຍຸກສຸດທ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka