Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 15:22 - ພຣະຄຳພີລາວສະບັບສະໄໝໃໝ່

22 “ແຕ່​ຜູ້​ເປັນ​ພໍ່​ໄດ້​ເອີ້ນ​ບອກ​ພວກ​ຄົນຮັບໃຊ້​ຂອງ​ຕົນ​ວ່າ, ‘ໄວໆ! ຈົ່ງ​ເອົາ​ເສື້ອຄຸມ​ທີ່​ດີ​ທີ່ສຸດ​ມາ​ແລ້ວ​ນຸ່ງ​ໃຫ້​ລາວ, ຈົ່ງ​ສວມ​ແຫວນ​ໃສ່​ນິ້ວມື​ຂອງ​ລາວ ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.

Uka jalj uñjjattʼäta Copia luraña




ລູກາ 15:22
30 Jak'a apnaqawi uñst'ayäwi  

“ລູກຊາຍ​ໄດ້​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ສະຫວັນ ແລະ ຕໍ່​ພໍ່​ແລ້ວ, ລູກ​ບໍ່​ສົມຄວນ​ຈະ​ໄດ້​ເອີ້ນ​ຊື່​ວ່າ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ’.


ຈົ່ງ​ນຳ​ລູກງົວ​ໂຕ​ຕຸ້ຍພີ​ມາ​ຂ້າ ແລ້ວ​ຈັດ​ງານລ້ຽງ ແລະ ສະຫລອງ.


ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.


ຄວາມຊອບທຳ​ນີ້​ແມ່ນ​ໄດ້​ມາ​ຜ່ານ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ ເຊິ່ງ​ບໍ່​ມີ​ຂໍ້​ແຕກຕ່າງ​ກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ,


ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຂ້າທາດ, ເພື່ອ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ໃນ​ຄວາມຢ້ານກົວ​ອີກ, ແຕ່​ກົງກັນຂ້າມ ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຖືກ​ຮັບ​ມາ​ເປັນ​ບຸດ ແລະ ໂດຍ​ພຣະອົງ ພວກເຮົາ​ຈຶ່ງ​ຮ້ອງ​ວ່າ, “ອັບບາ, ພໍ່”.


ເພາະ​ພວກເຈົ້າ​ທຸກຄົນ​ຜູ້​ທີ່​ໄດ້​ຮັບ​ບັບຕິສະມາ​ເຂົ້າສ່ວນ​ໃນ​ພຣະຄຣິດເຈົ້າ​ກໍ​ໄດ້​ຮົ່ມ​ກາຍ​ຂອງ​ຕົນເອງ​ດ້ວຍ​ພຣະຄຣິດເຈົ້າ.


ແລະ ເອົາ​ຄວາມພ້ອມ​ທີ່​ມາ​ຈາກ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ​ຂອງ​ພວກເຈົ້າ.


ຜ້າຝ້າຍລິນິນ​ເນື້ອລະອຽດດີ, ສົດ​ໃສ ແລະ ສະອາດ, ໄດ້​ມອບ​ໃຫ້​ແກ່​ເຈົ້າສາວ​ເພື່ອ​ສວມ​ໃສ່”. (ຜ້າຝ້າຍລິນິນ​ເນື້ອລະອຽດດີ​ນັ້ນ​ໝາຍເຖິງ​ການປະຕິບັດ​ອັນ​ຊອບທຳ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ.)


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແລະ ເຮົາ​ຈະ​ໃຫ້​ຫີນ​ຂາວ​ອັນ​ມີ​ຊື່​ໃໝ່​ຈາລຶກ​ໄວ້​ແກ່​ຜູ້​ນັ້ນ ເຊິ່ງ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້ຈັກ.


ເຮົາ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ໃຫ້​ບໍລິສຸດ​ແລ້ວ​ດ້ວຍ​ໄຟ​ຈາກ​ເຮົາ ເພື່ອ​ເຈົ້າ​ຈະ​ໄດ້​ຮັ່ງມີ ແລະ ຊື້​ເສື້ອຜ້າ​ສີຂາວ​ມາ​ນຸ່ງ ເພື່ອ​ປົກປິດ​ຄວາມເປືອຍກາຍ​ອັນ​ໜ້າອັບອາຍ ແລະ ຊື້​ຢາທາຕາ​ຂອງ​ເຈົ້າ​ເພື່ອ​ເຈົ້າ​ຈະ​ສາມາດ​ເບິ່ງເຫັນ.


ຫລັງຈາກ​ນັ້ນ ພວກເຂົາ​ແຕ່ລະຄົນ​ກໍ​ໄດ້​ຮັບ​ເສື້ອຄຸມ​ສີຂາວ ແລະ ພຣະອົງ​ກ່າວ​ບອກ​ພວກເຂົາ​ໃຫ້​ລໍຖ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ​ຈົນ​ກວ່າ​ເພື່ອນຜູ້ຮັບໃຊ້ ແລະ ພີ່ນ້ອງ​ທີ່​ຖືກ​ຂ້າ​ແບບດຽວ​ກັບ​ພວກເຂົາ​ຈະ​ຄົບ​ຈຳນວນ.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ຄົນ​ຈໍານວນ​ຫລວງຫລາຍ​ທີ່​ບໍ່​ສາມາດ​ນັບ​ໄດ້, ຈາກ​ທຸກ​ຊາດ, ທຸກ​ຊົນເຜົ່າ, ຄົນ​ທຸກຄົນ ແລະ ທຸກ​ພາສາ, ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ ພວກເຂົາ​ນຸ່ງ​ເສື້ອຄຸມ​ສີຂາວ ແລະ ຖື​ກ້ານຕານ​ຢູ່​ໃນ​ມື​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka