Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 15:13 - ພຣະຄຳພີລາວສະບັບສະໄໝໃໝ່

13 “ຕໍ່ມາ​ບໍ່​ດົນ​ເທົ່າໃດ, ລູກຊາຍຫລ້າ​ກໍ​ໄດ້​ຮວບຮວມ​ຊັບສົມບັດ​ທັງໝົດ​ຂອງ​ຕົນ​ແລ້ວ​ອອກ​ໄປ​ທ່ຽວ​ແດນ​ໄກ ແລະ ໄດ້​ຜານ​ຊັບ​ຂອງ​ຕົນ​ທີ່​ມີ​ຢູ່​ນັ້ນ​ດ້ວຍ​ການ​ໃຊ້​ຊີວິດ​ຢ່າງ​ຟຸມເຟືອຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ຕໍ່ມາ​ບໍ່​ເທົ່າ​ໃດ​ວັນ ຜູ້​ເປັນ​ນ້ອງ​ກໍໄດ້​ຮວບຮວມ​ເອົາ​ຊັບສິນ ທີ່​ຕົກ​ເປັນ​ສ່ວນ​ຂອງຕົນ​ນັ້ນ ແລະ​ອອກ​ຈາກ​ບ້ານ​ໄປ​ເພື່ອ​ໄປ​ທ່ຽວ​ແດນ​ໄກ ແລະ​ໄດ້​ຜານ​ຊັບ​ຂອງຕົນ​ຢູ່​ທີ່​ນັ້ນ ໃນ​ການ​ຢູ່​ກິນ​ຢ່າງ​ຟຸມເຟືອຍ.

Uka jalj uñjjattʼäta Copia luraña




ລູກາ 15:13
35 Jak'a apnaqawi uñst'ayäwi  

ຜູ້ເປັນ​ນ້ອງ​ໄດ້​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ, ຂໍ​ເອົາ​ຊັບສົມບັດ​ສ່ວນ​ທີ່​ເປັນ​ຂອງ​ລູກ​ນັ້ນ​ໃຫ້​ລູກ​ສາ’. ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ແບ່ງ​ຊັບສົມບັດ​ຂອງ​ຕົນ​ໃຫ້​ລູກ​ທັງ​ສອງ.


ຫລັງຈາກ​ທີ່​ລາວ​ໃຊ້ຈ່າຍ​ຊັບ​ຈົນ​ໝົດ​ແລ້ວ, ກໍ​ເກີດ​ການອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ໃນ​ທົ່ວ​ປະເທດ ແລ້ວ​ລາວ​ກໍ​ເລີ່ມ​ຂັດສົນ.


ແຕ່​ເມື່ອ​ລູກ​ຂອງ​ພໍ່​ຄົນ​ນີ້ ຜູ້​ທີ່​ໄດ້​ຜານ​ຊັບສົມບັດ​ຂອງ​ພໍ່​ໝົດ​ດ້ວຍ​ການ​ໄປ​ຄົບຫາ​ກັບ​ພວກ​ໂສເພນີ​ໄດ້​ກັບ​ຄືນ​ມາ, ພໍ່​ກໍ​ຍັງ​ຂ້າ​ລູກງົວ​ໂຕ​ຕຸ້ຍພີ​ເພື່ອ​ລາວ’.


ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກສາວົກ​ວ່າ: “ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ຜູ້ຈັດການ​ຂອງ​ເພິ່ນ​ຖືກ​ກ່າວຫາ​ວ່າ​ກຳລັງ​ຜານ​ຊັບສິນ​ຂອງ​ເພິ່ນ.


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ນຸ່ງ​ຊຸດ​ສີມ່ວງ ແລະ ຜ້າຝ້າຍລິນິນ​ເນື້ອ​ລະອຽດ​ດີ ແລະ ໃຊ້​ຊີວິດ​ຢ່າງ​ສຸກສະບາຍ​ທຸກ​ມື້.


ແຕ່​ບັດນີ້ ພວກເຈົ້າ​ທັງຫລາຍ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ເມື່ອ​ກ່ອນ​ນັ້ນ​ເຄີຍ​ຢູ່​ໄກ​ແຕ່​ໄດ້​ຖືກ​ນຳ​ເຂົ້າ​ມາ​ໃກ້​ແລ້ວ​ໂດຍ​ໂລຫິດ​ຂອງ​ພຣະຄຣິດເຈົ້າ.


ພຣະອົງ​ໄດ້​ມາ ແລະ ໄດ້​ປະກາດ​ສັນຕິສຸກ​ແກ່​ພວກເຈົ້າ​ທັງຫລາຍ​ທີ່​ຢູ່​ໄກ ແລະ ແກ່​ບັນດາ​ຜູ້​ທີ່​ຢູ່​ໃກ້.


ພວກເຂົາ​ຈະ​ໄດ້​ຮັບ​ການ​ຕອບແທນ​ດ້ວຍ​ຄວາມ​ຊົ່ວຮ້າຍ​ສຳລັບ​ສິ່ງ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ. ພວກເຂົາ​ຖື​ວ່າ​ການດື່ມເຫລົ້າ​ໃນ​ເວລາ​ກາງເວັນ​ເປັນ​ຄວາມສະໜຸກສະໜານ. ພວກເຂົາ​ເປັນ​ຮອຍ​ເປື້ອນ ແລະ ຮອຍ​ຕຳໜິ, ພວກເຂົາ​ຫາ​ແຕ່​ຄວາມສະໜຸກສະໜານ​ໃສ່​ຕົນ​ຂະນະ​ທີ່​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka