Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 15:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຝູງ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ຊົມຊື່ນ​ຍິນດີ ທີ່​ມີ​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”

Uka jalj uñjjattʼäta Copia luraña




ລູກາ 15:10
23 Jak'a apnaqawi uñst'ayäwi  

“ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ເຮົາ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ໃນ​ສະຫວັນ​ເໝືອນກັນ.


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ.


ດັ່ງນັ້ນ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ບໍ່​ປາຖະໜາ​ໃຫ້​ເດັກນ້ອຍ​ເຫລົ່ານີ້​ຈິບຫາຍ​ແມ່ນ​ແຕ່​ຄົນ​ດຽວ.


“ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ບຸດມະນຸດ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.


ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ຜູ້​ນັ້ນ​ກໍ​ຈະ​ຖືກ​ປະຕິເສດ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ບໍ່​ແມ່ນ! ແຕ່​ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ”.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ມີ​ລູກຊາຍ​ສອງ​ຄົນ.


ເຮົາ​ບອກ​ພວກເຈົ້າ​ວ່າ​ໃນ​ທຳນອງ​ດຽວ​ກັນ​ນີ້ ໃນ​ສະຫວັນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ຫລາຍ​ທີ່​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍ​ກວ່າ​ໃນ​ຄົນ​ຊອບທຳ​ເກົ້າສິບເກົ້າ​ຄົນ​ທີ່​ບໍ່​ຢາກ​ຖິ້ມໃຈເກົ່າເອົາໃຈໃໝ່.


ແລະ ເມື່ອ​ພົບ​ຫລຽນ​ນັ້ນ​ແລ້ວ, ນາງ​ກໍ​ເອີ້ນ​ບັນດາ​ມິດສະຫາຍ ແລະ ເພື່ອນບ້ານ​ຂອງ​ຕົນ​ມາ​ພ້ອມ​ໜ້າ​ກັນ ແລະ ກ່າວ​ວ່າ, ‘ມາ​ຮ່ວມ​ຍິນດີ​ກັບ​ເຮົາ ເພາະ​ເຮົາ​ໄດ້​ພົບ​ຫລຽນ​ທີ່​ເສຍ​ນັ້ນ​ແລ້ວ’.


ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ຄວາມບາບ​ທັງຫລາຍ​ຂອງ​ນາງ​ໄດ້​ຮັບ​ການ​ອະໄພ​ແລ້ວ​ຕາມ​ທີ່​ໄດ້​ເຫັນ​ຈາກ​ຄວາມຮັກ​ອັນ​ຫລວງຫລາຍ​ຂອງ​ນາງ ແຕ່​ຜູ້​ທີ່​ໄດ້​ຮັບ​ການ​ອະໄພ​ໜ້ອຍ​ກໍ​ຮັກ​ໜ້ອຍ”.


ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງນີ້​ແລ້ວ, ພວກເຂົາ​ກໍ​ບໍ່​ມີ​ຂໍ້​ຄັດຄ້ານ​ອັນ​ໃດ​ອີກ ແລະ ພາກັນ​ສັນລະເສີນ​ພຣະເຈົ້າ​ວ່າ, ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ​ແລ້ວ, ແມ່ນແຕ່​ຄົນຕ່າງຊາດ​ພຣະເຈົ້າ​ກໍ​ຍັງ​ອະນຸຍາດ​ໃຫ້​ກັບໃຈໃໝ່​ເຂົ້າ​ສູ່​ຊີວິດ​ດ້ວຍ”.


ແຕ່​ໃນ​ເວລາ​ກາງຄືນ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ຕ່າງໆ​ໃນ​ຄຸກ​ແລ້ວ​ພາ​ພວກເພິ່ນ​ອອກ​ມາ.


ຄວາມທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ນໍາ​ເອົາ​ການ​ກັບໃຈໃໝ່​ທີ່​ນຳ​ໄປ​ສູ່​ຄວາມພົ້ນ ແລະ ບໍ່​ມີ​ຄວາມເສຍໃຈ​ເຫລືອ​ຢູ່, ແຕ່​ຄວາມທຸກໃຈ​ໃນ​ທາງ​ຂອງ​ໂລກ​ນັ້ນ ນຳໄປ​ສູ່​ຄວາມຕາຍ.


ບາງທີ​ເຫດຜົນ​ທີ່​ລາວ​ໄດ້​ຈາກ​ເຈົ້າ​ໄປ​ຊົ່ວໄລຍະໜຶ່ງ ກໍ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ລາວ​ກັບ​ຄືນ​ມາ​ຢ່າງ​ຖາວອນ


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka