Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 14:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເມື່ອ​ພຣະອົງ​ສັງເກດ​ເຫັນ​ວ່າ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ​ນັ້ນ​ໄດ້​ເລືອກ​ບ່ອນນັ່ງ​ທີ່​ມີ​ກຽດ, ພຣະອົງ​ຈຶ່ງ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ວ່າ:

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເມື່ອ​ພຣະເຢຊູເຈົ້າ​ສັງເກດ​ເຫັນ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ ເລືອກ​ນັ່ງ​ໃນ​ບ່ອນ​ທີ່​ມີ​ກຽດ ພຣະອົງ​ຈຶ່ງ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ວ່າ,

Uka jalj uñjjattʼäta Copia luraña




ລູກາ 14:7
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ກ່າວ​ສິ່ງ​ທັງໝົດ​ເຫລົ່ານີ້​ແກ່​ປະຊາຊົນ​ເປັນ​ຄຳອຸປະມາ, ນອກ​ຈາກ​ຄຳອຸປະມາ​ແລ້ວ​ພຣະອົງ​ບໍ່​ໄດ້​ກ່າວ​ສິ່ງໃດ​ເລີຍ​ແກ່​ພວກເຂົາ.


ພວກເຂົາ​ມັກ​ບ່ອນນັ່ງ​ທີ່​ສຳຄັນ​ທີ່ສຸດ​ໃນ​ງານກິນລ້ຽງ​ຕ່າງໆ ແລະ ມັກ​ບ່ອນນັ່ງ​ທີ່​ສຳຄັນ​ໃນ​ທຳມະສາລາ;


“ວິບັດ​ແກ່​ພວກເຈົ້າ ພວກ​ຟາຣີຊາຍ, ເພາະ​ພວກເຈົ້າ​ມັກ​ບ່ອນນັ່ງ​ທີ່​ສຳຄັນ​ທີ່ສຸດ​ໃນ​ທຳມະສາລາ ແລະ ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ.


“ຈົ່ງ​ລະວັງ​ພວກ​ຄູສອນກົດບັນຍັດ​ໃຫ້​ດີ. ພວກເຂົາ​ມັກ​ນຸ່ງ​ເສື້ອຄຸມ​ຍາວ​ຍ່າງ​ໄປ​ມາ ແລະ ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນ​ຊຸມນຸມຊົນ, ມັກ​ນັ່ງ​ໃນ​ບ່ອນນັ່ງ​ທີ່​ສຳຄັນ​ໃນ​ທຳມະສາລາ ແລະ ບ່ອນນັ່ງ​ທີ່​ມີ​ກຽດ​ໃນ​ງານກິນລ້ຽງ​ຕ່າງໆ.


ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.


ເຮົາ​ໄດ້​ຂຽນ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ເຮັດ​ໂຕ​ເປັນ​ໃຫຍ່ ຈະ​ບໍ່​ຍອມ​ຕ້ອນຮັບ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka