Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 14:21 - ພຣະຄຳພີລາວສະບັບສະໄໝໃໝ່

21 “ຜູ້ຮັບໃຊ້​ຈຶ່ງ​ກັບ​ມາ ແລະ ໄດ້​ລາຍງານ​ນາຍ​ຂອງ​ຕົນ. ແລ້ວ​ເຈົ້າຂອງເຮືອນ​ກໍ​ໃຈຮ້າຍ​ຫລາຍ ແລະ ສັ່ງ​ຜູ້ຮັບໃຊ້​ຂອງ​ຕົນ​ວ່າ, ‘ຈົ່ງ​ຟ້າວ​ອອກ​ໄປ​ຕາມ​ຖະໜົນຫົນທາງ ແລະ ທຸກ​ມຸມ​ທຸກແຈ​ໃນ​ເມືອງ ແລ້ວ​ພາ​ຄົນຍາກຈົນ, ຄົນພິການ, ຄົນຕາບອດ ແລະ ຄົນຂາເສັ້ງ​ມາ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ດັ່ງນັ້ນ ຄົນ​ຮັບໃຊ້ ຈຶ່ງ​ກັບ​ມາ​ເລົ່າ​ເລື່ອງ​ທັງໝົດ ສູ່​ນາຍ​ຂອງຕົນ​ຟັງ ແລ້ວ​ເຈົ້າຂອງ​ເຮືອນ​ກໍ​ໃຈຮ້າຍ​ຫລາຍ ແລະ​ກ່າວ​ແກ່​ຄົນ​ຮັບໃຊ້​ວ່າ, ‘ຈົ່ງ​ຟ້າວ​ອອກ​ໄປ​ຕາມ​ຖະໜົນ​ໃຫຍ່ ແລະ​ຮ່ອມ​ນ້ອຍ​ໃນ​ເມືອງ ແລະ​ພາ​ຄົນ​ຍາກຈົນ ຄົນ​ພິການ ຄົນ​ຕາບອດ ແລະ​ຄົນ​ຂາ​ເສັ້ງ​ເຂົ້າ​ມາ​ທີ່​ນີ້.’

Uka jalj uñjjattʼäta Copia luraña




ລູກາ 14:21
38 Jak'a apnaqawi uñst'ayäwi  

“ບັນດາ​ຜູ້​ທີ່​ອິດເມື່ອຍ ແລະ ແບກ​ພາລະ​ໜັກ​ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມເຊົາເມື່ອຍ.


ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.


ແລ້ວ​ພວກສາວົກ​ກໍ​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ພຣະອົງ​ຮູ້​ບໍ່​ວ່າ​ພວກ​ຟາຣີຊາຍ​ເຄືອງໃຈ​ຫລາຍ​ທີ່​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້?”


ເມື່ອ​ພວກ​ຄົນຮັບໃຊ້​ອື່ນໆ​ເຫັນ​ເຫດການ​ທີ່​ເກີດ​ຂຶ້ນ ພວກເຂົາ​ກໍ​ເປັນ​ທຸກໃຈ​ຫລາຍ ຈຶ່ງ​ພາກັນ​ໄປ​ເຂົ້າ​ພົບ​ກະສັດ ແລະ ບອກ​ທຸກ​ຢ່າງ​ທີ່​ເກີດຂຶ້ນ.


“ພວກເຂົາ​ຕອບ​ວ່າ, ‘ເພາະ​ບໍ່​ມີ​ຜູ້ໃດ​ຈ້າງ​ພວກເຮົາ’. “ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ຢູ່​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ’.


ແຕ່​ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ ຈົ່ງ​ເຊີນ​ຄົນຍາກຈົນ, ຄົນພິການ, ຄົນຂາເສັ້ງ ແລະ ຄົນຕາບອດ.


“ຍັງ​ມີ​ອີກ​ຄົນ​ໜຶ່ງ​ເວົ້າ​ວ່າ, ‘ຂ້ອຍ​ຫາ​ກໍ​ແຕ່ງງານ, ດັ່ງນັ້ນ​ຂ້ອຍ​ຈຶ່ງ​ໄປ​ບໍ່​ໄດ້’.


“ຜູ້ຮັບໃຊ້​ຕອບ​ວ່າ, ‘ທ່ານ​ເອີຍ, ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ທ່ານ​ສັ່ງ​ແລ້ວ ແຕ່​ກໍ​ຍັງ​ມີ​ບ່ອນ​ຫວ່າງ​ຢູ່’.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ໃນ​ບັນດາ​ຄົນ​ທີ່​ຖືກ​ເຊີນ​ໄວ້​ນັ້ນ​ຈະ​ບໍ່​ໄດ້​ຊີມ​ອາຫານ​ໃນ​ງານກິນລ້ຽງ​ຂອງ​ເຮົາ​ຈັກ​ຄົນ’”.


ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.


ເມື່ອ​ພວກ​ອັກຄະສາວົກ​ກັບ​ຄືນ​ມາ​ແລ້ວ, ພວກເພິ່ນ​ກໍ​ໄດ້​ລາຍງານ​ພຣະເຢຊູເຈົ້າ​ເຖິງ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຮັດ. ແລ້ວ​ພຣະອົງ​ຈຶ່ງ​ພາ​ພວກເພິ່ນ​ແຍກໂຕ​ອອກ​ໄປ​ຕ່າງຫາກ​ທີ່​ເມືອງ​ໜຶ່ງ​ຊື່​ວ່າ​ເບັດຊາອີດາ,


ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້​ເພື່ອ​ການ​ພິພາກສາ, ເພື່ອ​ວ່າ​ຄົນຕາບອດ​ຈະ​ເຫັນຮຸ່ງ ແລະ ຜູ້​ທີ່​ເຫັນຮຸ່ງ​ຈະ​ກາຍ​ເປັນ​ຄົນຕາບອດ”.


ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.


ແລ້ວ​ພວກເຮົາ​ຈະ​ຫລຸດພົ້ນ​ໄປ​ໄດ້​ຢ່າງໃດ​ຖ້າ​ພວກເຮົາ​ລະເລີຍ​ຄວາມພົ້ນ​ອັນ​ຍິ່ງໃຫຍ່​ເຊັ່ນນີ້? ຄວາມພົ້ນ​ນີ້ ເຊິ່ງ​ໄດ້​ຖືກ​ປະກາດ​ຄັ້ງ​ທຳອິດ​ໂດຍ​ອົງພຣະຜູ້ເປັນເຈົ້າ, ໄດ້​ຮັບ​ການຢືນຢັນ​ໃຫ້​ພວກເຮົາ​ໂດຍ​ບັນດາ​ຜູ້​ທີ່​ໄດ້​ຍິນ​ຈາກ​ພຣະອົງ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?


ມີ​ດາບ​ຄົມ​ອອກມາ​ຈາກ​ປາກ​ຂອງ​ພຣະອົງ ໃຊ້​ດາບ​ນີ້​ຟາດ​ລົງ​ທີ່​ຊົນຊາດ​ທັງຫລາຍ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ”. ພຣະອົງ​ຢຽບ​ໃນ​ອ່າງ​ຢຽບ​ອະງຸ່ນ​ແຫ່ງ​ຄວາມໃຈຮ້າຍ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.


ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka