Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 14:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ແຕ່​ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ ຈົ່ງ​ເຊີນ​ຄົນຍາກຈົນ, ຄົນພິການ, ຄົນຂາເສັ້ງ ແລະ ຄົນຕາບອດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ແຕ່​ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ​ຂຶ້ນ ຈົ່ງ​ເຊີນ​ຄົນ​ຍາກຈົນ ຄົນ​ພິການ ຄົນ​ຂາ​ເສັ້ງ ແລະ​ຄົນ​ຕາບອດ,

Uka jalj uñjjattʼäta Copia luraña




ລູກາ 14:13
34 Jak'a apnaqawi uñst'ayäwi  

ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ, ພວກເຂົາ​ໄດ້​ນໍາ​ຄົນຂາຫ້ານ, ຄົນຕາບອດ, ຄົນພິການ, ຄົນປາກກືກ ແລະ ຄົນເຈັບປ່ວຍ​ຊະນິດ​ອື່ນໆ​ຫລາຍ​ຄົນ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພຣະອົງ ແລ້ວ​ພຣະອົງ​ກໍ​ຮັກສາ​ພວກເຂົາ​ທຸກຄົນ​ໃຫ້​ຫາຍດີ.


ແລ້ວ​ພວກ​ຜູ້ຮັບໃຊ້​ຈຶ່ງ​ອອກ​ໄປ​ຕາມ​ຖະໜົນຫົນທາງ ແລະ ຮວບຮວມ​ເອົາ​ຄົນ​ທັງໝົດ​ທີ່​ພວກເຂົາ​ພົບ​ເຫັນ ບໍ່​ວ່າ​ຄົນ​ດີ ຫລື ຄົນຊົ່ວ​ເຂົ້າມາ​ໃນ​ງານ​ນີ້ ແລະ ຫ້ອງ​ງານສົມລົດ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ແຂກ​ຈໍານວນ​ຫລວງຫລາຍ.


ແຕ່​ບັດນີ້​ສິ່ງ​ທີ່​ມີ​ຢູ່​ພາຍໃນ​ພວກເຈົ້າ​ຈົ່ງ​ເຜື່ອແຜ່​ແກ່​ຄົນທຸກຍາກ ແລ້ວ​ທຸກສິ່ງ​ກໍ​ຈະ​ສະອາດ​ສຳລັບ​ເຈົ້າ.


ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ຜູ້​ທີ່​ເຊີນ​ພຣະອົງ​ວ່າ, “ເມື່ອ​ເຈົ້າ​ຈັດ​ອາຫານທ່ຽງ ຫລື ອາຫານຄ່ຳ​ລ້ຽງ ຢ່າ​ໄດ້​ເຊີນ​ບັນດາ​ສະຫາຍ, ອ້າຍ​ເອື້ອຍ​ນ້ອງ, ຍາດພີ່ນ້ອງ ຫລື ເພື່ອນບ້ານ​ຂອງ​ເຈົ້າ​ທີ່​ຮັ່ງມີ, ເພາະ​ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ ພວກເຂົາ​ອາດ​ຈະ​ເຊີນ​ເຈົ້າ​ຄືນ ແລະ ນັ້ນ​ກໍ​ເປັນ​ອັນ​ວ່າ​ເຈົ້າ​ໄດ້​ຮັບ​ການ​ຕອບແທນ​ແລ້ວ.


ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ພຣະພອນ. ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ສາມາດ​ຕອບແທນ​ເຈົ້າ​ໄດ້, ແຕ່​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ເມື່ອ​ຜູ້ຊອບທຳ​ເປັນຄືນມາຈາກຕາຍ”.


“ຜູ້ຮັບໃຊ້​ຈຶ່ງ​ກັບ​ມາ ແລະ ໄດ້​ລາຍງານ​ນາຍ​ຂອງ​ຕົນ. ແລ້ວ​ເຈົ້າຂອງເຮືອນ​ກໍ​ໃຈຮ້າຍ​ຫລາຍ ແລະ ສັ່ງ​ຜູ້ຮັບໃຊ້​ຂອງ​ຕົນ​ວ່າ, ‘ຈົ່ງ​ຟ້າວ​ອອກ​ໄປ​ຕາມ​ຖະໜົນຫົນທາງ ແລະ ທຸກ​ມຸມ​ທຸກແຈ​ໃນ​ເມືອງ ແລ້ວ​ພາ​ຄົນຍາກຈົນ, ຄົນພິການ, ຄົນຕາບອດ ແລະ ຄົນຂາເສັ້ງ​ມາ’.


ເປໂຕ​ຈຶ່ງ​ໄປ​ກັບ​ພວກເຂົາ ແລະ ເມື່ອ​ເພິ່ນ​ມາ​ຮອດ​ແລ້ວ​ພວກເຂົາ​ກໍ​ພາ​ເປໂຕ​ຂຶ້ນ​ໄປ​ຍັງ​ຫ້ອງ​ຊັ້ນເທິງ. ມີ​ບັນດາ​ແມ່ໝ້າຍ​ມາ​ຢືນ​ອ້ອມ​ເປໂຕ, ຮ້ອງໄຫ້ ແລະ ຊີ້​ໃຫ້​ເພິ່ນ​ເບິ່ງ​ເຄື່ອງນຸ່ງ​ຕ່າງໆ​ທີ່​ໂດຣະກາ​ໄດ້​ເຮັດ​ໃຫ້​ເມື່ອ​ນາງ​ຍັງ​ມີຊີວິດ​ຢູ່​ກັບ​ພວກເຂົາ.


ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,


ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.


ແຕ່​ລາວ​ຕ້ອງ​ເປັນ​ຜູ້​ມີ​ນໍ້າໃຈ​ຕ້ອນຮັບແຂກ, ເປັນ​ຜູ້​ຮັກ​ຄວາມ​ດີ, ຄວບຄຸມ​ຕົນເອງ​ໄດ້, ຍຸຕິທຳ, ບໍລິສຸດ ແລະ ມີ​ລະບຽບ​ວິໄນ,


ນ້ອງຊາຍ​ເອີຍ, ຄວາມຮັກ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ ແລະ ມີ​ກຳລັງໃຈ​ຫລາຍ ເພາະວ່າ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຊື່ນໃຈ.


ຢ່າ​ລືມ​ທີ່​ຈະ​ຕ້ອນຮັບ​ຄົນແປກໜ້າ, ເພາະ​ໂດຍ​ການ​ເຮັດ​ຢ່າງ​ນັ້ນ​ບາງຄົນ​ໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka