Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 14:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ດ້ວຍວ່າ ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ກົດ​ລົງ, ແລະ ຜູ້ໃດ​ທີ່​ຖ່ອມ​ຕົນ​ເອງ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເພາະວ່າ, ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ ຈະ​ຕ້ອງ​ຖືກ​ຖອຍລົງ ແລະ​ຜູ້​ທີ່​ຖ່ອມຕົວ​ລົງ ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ.”

Uka jalj uñjjattʼäta Copia luraña




ລູກາ 14:11
24 Jak'a apnaqawi uñst'ayäwi  

ດ້ວຍວ່າ ຜູ້ໃດ​ທີ່​ຍົກ​ຕົນເອງ​ຂຶ້ນ​ຜູ້​ນັ້ນ​ຈະ​ຖືກ​ເຮັດ​ໃຫ້​ຖ່ອມໂຕລົງ ແລະ ຜູ້ໃດ​ທີ່​ຖ່ອມໂຕລົງ​ຈະ​ຖືກ​ຍົກ​ຂຶ້ນ.


ພຣະອົງ​ກະທຳ​ການ​ຍິ່ງໃຫຍ່​ດ້ວຍ​ແຂນ​ຂອງ​ພຣະອົງ, ພຣະອົງ​ເຮັດ​ໃຫ້​ຄົນ​ທີ່​ມີ​ໃຈ​ອວດອ້າງ​ຈອງຫອງ​ກະຈັດກະຈາຍ​ໄປ.


ພຣະອົງ​ໄດ້​ປົດ​ບັນດາ​ຜູ້ປົກຄອງ​ລົງ​ຈາກ​ບັນລັງ​ຂອງ​ພວກເຂົາ ແຕ່​ໄດ້​ຍົກ​ຄົນ​ຕ່ຳຕ້ອຍ​ຂຶ້ນ.


ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ຜູ້​ທີ່​ເຊີນ​ພຣະອົງ​ວ່າ, “ເມື່ອ​ເຈົ້າ​ຈັດ​ອາຫານທ່ຽງ ຫລື ອາຫານຄ່ຳ​ລ້ຽງ ຢ່າ​ໄດ້​ເຊີນ​ບັນດາ​ສະຫາຍ, ອ້າຍ​ເອື້ອຍ​ນ້ອງ, ຍາດພີ່ນ້ອງ ຫລື ເພື່ອນບ້ານ​ຂອງ​ເຈົ້າ​ທີ່​ຮັ່ງມີ, ເພາະ​ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ ພວກເຂົາ​ອາດ​ຈະ​ເຊີນ​ເຈົ້າ​ຄືນ ແລະ ນັ້ນ​ກໍ​ເປັນ​ອັນ​ວ່າ​ເຈົ້າ​ໄດ້​ຮັບ​ການ​ຕອບແທນ​ແລ້ວ.


“ເຮົາ​ບອກ​ພວກເຈົ້າ​ວ່າ​ຄົນ​ນີ້​ແຫລະ ເມື່ອ​ກັບ​ໄປ​ທີ່​ເຮືອນ​ຂອງ​ຕົນ​ກໍ​ຖື​ວ່າ​ເປັນ​ຄົນຊອບທຳ​ຕໍ່ໜ້າ​ພຣະເຈົ້າ​ຫລາຍ​ກວ່າ​ຄົນ​ອື່ນ. ເພາະວ່າ​ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ກົດ​ລົງ ແລະ ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”.


ບັນດາ​ຜູ້ທີ່ເຊື່ອ​ທີ່​ຕ່ຳຕ້ອຍ​ນັ້ນ​ຈົ່ງ​ພູມໃຈ​ໃນ​ຖານະ​ອັນ​ສູງສົ່ງ​ຂອງ​ຕົນ.


ພວກເຈົ້າ​ຈົ່ງ​ຖ່ອມໂຕລົງ​ຕໍ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ.


ແຕ່​ພຣະອົງ​ມີ​ພຣະຄຸນ​ໃຫ້​ແກ່​ພວກເຮົາ​ຫລາຍ​ກວ່າ​ນັ້ນ​ອີກ. ດ້ວຍເຫດນີ້ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ: “ພຣະເຈົ້າ​ຕໍ່ສູ້​ຜູ້​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ຖ່ອມຕົວລົງ”.


ໃນ​ທຳນອງ​ດຽວ​ກັນ​ນີ້ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນ​ກວ່າ, ຈົ່ງ​ຍອມ​ເຊື່ອຟັງ​ບັນດາ​ຜູ້​ທີ່​ອາວຸໂສ​ກວ່າ. ພວກເຈົ້າ​ທຸກຄົນ​ຈົ່ງ​ສວມ​ຄວາມຖ່ອມໃຈ​ຕໍ່​ກັນແລະກັນ ເພາະວ່າ, “ພຣະເຈົ້າ​ຄັດຄ້ານ​ຄົນ​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຄົນ​ທີ່​ຖ່ອມຕົວລົງ”.


ເຫດສະນັ້ນ, ພວກເຈົ້າ​ຈົ່ງ​ຖ່ອມໂຕ​ລົງ​ຢູ່​ພາຍໃຕ້​ມື​ອັນ​ມີ​ລິດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ​ເມື່ອ​ເຖິງ​ເວລາ​ອັນ​ສົມຄວນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka