Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຫລື ສິບແປດ​ຄົນ​ເຫລົ່ານັ້ນ​ທີ່​ຕາຍ​ເມື່ອ​ຫໍຄອຍ​ສີໂລອາມ​ພັງ​ລົງ​ມາ​ທັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຂົາ​ມີ​ຄວາມຜິດ​ຫລາຍ​ກວ່າ​ຄົນ​ອື່ນໆ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ທັງ​ພວກ​ສິບແປດ​ຄົນ​ໃນ​ສີໂລອາມ ທີ່​ປ້ອມ​ເຈື່ອນ​ທັບ​ຕາຍ​ນັ້ນ​ເດ? ພວກເຈົ້າ​ກໍ​ຄິດ​ວ່າ ພວກເຂົາ​ເປັນ​ຄົນ​ເຮັດ​ຜິດ​ຫລາຍກວ່າ​ປະຊາຊົນ​ອື່ນໆ​ທັງໝົດ ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຊັ້ນບໍ?

Uka jalj uñjjattʼäta Copia luraña




ລູກາ 13:4
13 Jak'a apnaqawi uñst'ayäwi  

ເມື່ອ​ເພິ່ນ​ເລີ່ມຕົ້ນ​ຄິດ​ບັນຊີ​ຢູ່ ກໍ​ມີ​ຄົນ​ໜຶ່ງ​ທີ່​ເປັນ​ໜີ້​ຢູ່​ໜຶ່ງໝື່ນ​ຫລຽນ​ເດນາຣິອົນ​ຖືກ​ນຳ​ໂຕ​ມາ​ພົບ​ເພິ່ນ.


ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ, ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.


ຂໍ​ໂຜດ​ຍົກໂທດ​ຄວາມບາບ​ຂອງ​ພວກ​ຂ້ານ້ອຍ, ດ້ວຍວ່າ​ພວກ​ຂ້ານ້ອຍ​ໄດ້​ຍົກໂທດ​ໃຫ້​ທຸກຄົນ​ທີ່​ເຮັດ​ຜິດ​ບາບ​ຕໍ່​ພວກ​ຂ້ານ້ອຍ​ເໝືອນກັນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ’”.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ບໍ່​ແມ່ນ! ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ບໍ່​ແມ່ນ! ແຕ່​ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ”.


ລາວ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຢຊູ ໄດ້​ເຮັດ​ຂີ້ຕົມ​ແລ້ວ​ທາ​ໃສ່​ຕາ​ທັງ​ສອງ​ເບື້ອງ​ຂອງ​ຂ້ອຍ ແລະ ສັ່ງ​ໃຫ້​ຂ້ອຍ​ໄປ​ລ້າງ​ອອກ​ທີ່​ສະນ້ຳ​ສີໂລອາມ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ໄປ​ລ້າງ​ອອກ​ແລ້ວ​ຂ້ອຍ​ກໍ​ເບິ່ງ​ເຫັນ​ໄດ້”.


ພຣະອົງ​ສັ່ງ​ລາວ​ວ່າ, “ຈົ່ງ​ໄປ​ລ້າງ​ອອກ​ທີ່​ສະນ້ຳ​ສີໂລອາມ” (ສີໂລອາມ​ແປ​ວ່າ ໃຊ້​ໄປ). ດັ່ງນັ້ນ ຊາຍ​ຄົນ​ນັ້ນ​ຈຶ່ງ​ໄປ​ລ້າງ​ຂີ້ຕົມ​ອອກ ແລະ ຂະນະ​ທີ່​ກັບ​ຄືນ​ມາ​ເຮືອນ​ກໍ​ເຫັນຮຸ່ງ.


ເມື່ອ​ຊາວເກາະ​ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ, ພວກເຂົາ​ກໍ​ເວົ້າ​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕ້ອງ​ເປັນ​ຜູ້ຂ້າຄົນ​ແນ່ນອນ; ເພາະ​ເຖິງ​ແມ່ນວ່າ​ລາວ​ລອດຕາຍ​ຈາກ​ທະເລ, ແຕ່​ເຈົ້າ​ແຫ່ງ​ຄວາມຍຸຕິທຳ​ກໍ​ຍັງ​ບໍ່​ປ່ອຍ​ໃຫ້​ລາວ​ມີຊີວິດ​ຢູ່”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka