Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:34 - ພຣະຄຳພີລາວສະບັບສະໄໝໃໝ່

34 “ເຢຣູຊາເລັມ ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ. ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

34 “ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້​ປະກາດ​ພຣະທຳ ເຈົ້າ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ພວກ​ທີ່​ຮັບໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາຖະໜາ ອ້າ​ແຂນ​ໂອບກອດ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ແມ່​ໄກ່​ຮວບຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ແຕ່​ພວກເຈົ້າ​ຊໍ້າພັດ​ບໍ່​ຍິນຍອມ

Uka jalj uñjjattʼäta Copia luraña




ລູກາ 13:34
46 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ໃຊ້​ພວກ​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ບອກ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ໃຫ້​ມາ​ຮ່ວມ​ງານລ້ຽງ ແຕ່​ພວກເຂົາ​ບໍ່​ຍອມ​ມາ.


ສ່ວນ​ຄົນ​ອື່ນໆ​ອີກ​ກໍ​ຈັບ​ພວກ​ຜູ້ຮັບໃຊ້​ມາ​ຂ້ຽນຕີ ແລະ ຂ້າ​ພວກເຂົາ​ຖິ້ມ.


“ຝ່າຍ​ຜູ້​ເປັນ​ອ້າຍ​ກໍ​ໃຈຮ້າຍ ແລະ ບໍ່​ຍອມ​ເຂົ້າ​ມາ​ໃນ​ເຮືອນ, ຜູ້​ເປັນ​ພໍ່​ຈຶ່ງ​ອອກ​ໄປ ແລະ ຂໍຮ້ອງ​ລາວ​ໃຫ້​ເຂົ້າ​ມາ.


ພວກເຂົາ​ຈະ​ແກວ່ງ​ເຈົ້າ​ລົງ​ພື້ນດິນ, ເຈົ້າ​ກັບ​ລູກຫລານ​ພາຍ​ໃນ​ກຳແພງ​ຂອງ​ເຈົ້າ ພວກເຂົາ​ຈະ​ບໍ່​ປ່ອຍ​ໃຫ້​ເຫລືອ​ກ້ອນຫີນ​ຊ້ອນ​ທັບ​ກັນ​ຈັກ​ກ້ອນ ເພາະວ່າ​ເຈົ້າ​ບໍ່​ຮູ້ຈັກ​ເວລາ​ທີ່​ພຣະເຈົ້າ​ຈະ​ມາ​ຫາ​ເຈົ້າ”.


ພຣະເຢຊູເຈົ້າ​ຫັນ​ມາ​ກ່າວ​ກັບ​ພວກ​ແມ່ຍິງ​ເຫລົ່ານັ້ນ​ວ່າ, “ລູກສາວ​ແຫ່ງ​ເຢຣູຊາເລັມ​ເອີຍ, ຢ່າ​ຮ້ອງໄຫ້​ເພື່ອ​ເຮົາ​ເລີຍ ຈົ່ງ​ຮ້ອງໄຫ້​ເພື່ອ​ຕົນ​ເອງ ແລະ ບັນດາ​ລູກ​ຂອງ​ພວກເຈົ້າ​ສາ.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ຂະນະ​ທີ່​ພວກເຂົາ​ກຳລັງ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຢູ່​ນັ້ນ, ຊະເຕຟາໂນ​ໄດ້​ອະທິຖານ​ວ່າ, “ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ຂໍ​ຮັບ​ເອົາ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ”.


ແລະ ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ ມີ​ການ​ຂົ່ມເຫັງ​ຄຣິສຕະຈັກ​ຄັ້ງ​ໃຫຍ່​ໃນ​ເຢຣູຊາເລັມ ແລະ ພວກລູກສິດ​ທັງໝົດ​ຍົກເວັ້ນ​ພວກ​ອັກຄະສາວົກ​ຕ່າງ​ກໍ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ແຂວງ​ຊາມາເຣຍ.


ຊາກສົບ​ຂອງ​ພະຍານ​ທັງ​ສອງ​ຈະ​ຖືກ​ຖິ້ມ​ຢູ່​ເທິງ​ຖະໜົນ​ແຫ່ງ​ນະຄອນ​ໃຫຍ່ ເຊິ່ງ​ຖືກ​ປຽບທຽບ​ວ່າ​ເປັນ​ໂຊໂດມ ແລະ ເອຢິບ. ບ່ອນ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເພິ່ນ​ໄດ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka