Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ເມື່ອ​ພຣະອົງ​ກ່າວ​ຢ່າງ​ນີ້​ກໍ​ເຮັດ​ໃຫ້​ສັດຕູ​ທັງໝົດ​ຂອງ​ພຣະອົງ​ອັບອາຍຂາຍໜ້າ, ແຕ່​ປະຊາຊົນ​ຊື່ນຊົມຍິນດີ​ກັບ​ສິ່ງ​ອັດສະຈັນ​ທັງປວງ​ທີ່​ພຣະອົງ​ໄດ້​ກະທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ຄຳຕອບ​ຂອງ​ພຣະອົງ ເຮັດ​ໃຫ້​ພວກ​ທີ່​ຕໍ່ສູ້​ພຣະອົງ​ອັບອາຍ​ຂາຍໜ້າ​ຫລາຍ ສ່ວນ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ເພາະ​ສິ່ງ​ອັດສະຈັນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ກະທຳ.

Uka jalj uñjjattʼäta Copia luraña




ລູກາ 13:17
19 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍ​ບໍ່​ມີ​ສິ່ງໃດ​ຈະ​ເວົ້າ.


ໃນ​ທັນໃດ​ນັ້ນ ລາວ​ກໍ​ເຫັນຮຸ່ງ ແລະ ຕິດຕາມ​ພຣະເຢຊູເຈົ້າ​ໄປ ພ້ອມ​ກັບ​ສັນລະເສີນ​ພຣະເຈົ້າ. ເມື່ອ​ທຸກຄົນ​ໄດ້​ເຫັນ​ເຫດການ​ນັ້ນ​ແລ້ວ ພວກເຂົາ​ກໍ​ສັນລະເສີນ​ພຣະເຈົ້າ​ເໝືອນກັນ.


ແຕ່​ພວກເຂົາ​ບໍ່​ເຫັນ​ຊ່ອງທາງ​ທີ່​ຈະ​ເຮັດ​ໄດ້, ເພາະ​ປະຊາຊົນ​ທັງຫລາຍ​ຕັ້ງໃຈ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ແລະ ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.


ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,


ແຕ່​ພວກເຂົາ​ຈະ​ໄປ​ໄດ້​ບໍ່​ໄກ​ເພາະວ່າ​ຄວາມໂງ່ຈ້າ​ຂອງ​ຄົນ​ເຫລົ່ານີ້​ຈະ​ປາກົດ​ແຈ້ງ​ແກ່​ທຸກ​ຄົນ​ເໝືອນ​ໃນ​ກໍລະນີ​ຂອງ​ສອງ​ຄົນ​ນັ້ນ.


ແລະ ໃຊ້​ຖ້ອຍຄຳ​ອັນ​ມີ​ຫລັກ​ທີ່​ບໍ່​ມີ​ຜູ້ໃດ​ຕຳໜິ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຄັດຄ້ານ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມອັບອາຍ ເພາະ​ພວກເຂົາ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ເວົ້າ​ບໍ່​ດີ​ກ່ຽວກັບ​ພວກເຮົາ​ໄດ້.


ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka