Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນາງ ພຣະອົງ​ຈຶ່ງ​ເອີ້ນ​ນາງ​ອອກ​ມາ​ທາງ​ໜ້າ ແລະ ກ່າວ​ກັບ​ນາງ​ວ່າ, “ນາງ​ເອີຍ, ເຈົ້າ​ໄດ້​ພົ້ນ​ຈາກ​ຄວາມ​ພິການ​ຂອງ​ເຈົ້າ​ແລ້ວ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ ແລະ​ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ພົ້ນ​ຈາກ​ພະຍາດ​ໂຣຄາ​ຂອງ​ເຈົ້າ​ແລ້ວ.”

Uka jalj uñjjattʼäta Copia luraña




ລູກາ 13:12
9 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ເມື່ອ​ເວລາ​ຄ່ຳ​ມາ, ພວກເຂົາ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫລົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ ໄດ້​ຮັກສາ​ຄົນ​ເຈັບໄຂ້​ທັງໝົດ.


ໃນ​ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ສິບແປດ​ປີ, ນາງ​ເປັນ​ຫລັງກົ່ງ ແລະ ບໍ່​ສາມາດ​ຢືດ​ໂຕ​ຊື່​ໄດ້​ເລີຍ.


ແລ້ວ​ພຣະອົງ​ໄດ້​ວາງ​ມື​ທັງ​ສອງ​ໃສ່​ນາງ, ໃນທັນໃດ​ນັ້ນ​ນາງ​ກໍ​ຢືດ​ໂຕ​ຊື່ ແລະ ສັນລະເສີນ​ພຣະເຈົ້າ.


ແລ້ວ​ຍິງ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ຖືກ​ມານຊາຕານ​ຜູກມັດ​ມາ​ຕະຫລອດ​ສິບແປດ​ປີ ບໍ່​ສົມຄວນ​ບໍ​ທີ່​ຈະ​ປົດປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ​ໃນ​ວັນຊະບາໂຕ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka