Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 13:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ໃນ​ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ສິບແປດ​ປີ, ນາງ​ເປັນ​ຫລັງກົ່ງ ແລະ ບໍ່​ສາມາດ​ຢືດ​ໂຕ​ຊື່​ໄດ້​ເລີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ໃນ​ທີ່ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ ມັນ​ເຮັດ​ໃຫ້​ນາງ​ເຈັບໂຊ​ມາ​ໄດ້​ສິບແປດ​ປີ​ແລ້ວ ນາງ​ເປັນ​ຫລັງ​ກົ່ງ​ແລະ​ຢືນ​ຊື່​ບໍ່ໄດ້.

Uka jalj uñjjattʼäta Copia luraña




ລູກາ 13:11
20 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລາວ​ເປັນ​ຢ່າງ​ນີ້​ມາ​ດົນ​ປານໃດ​ແລ້ວ?” ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງ​ແຕ່​ນ້ອຍ​ພຸ້ນ


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນາງ ພຣະອົງ​ຈຶ່ງ​ເອີ້ນ​ນາງ​ອອກ​ມາ​ທາງ​ໜ້າ ແລະ ກ່າວ​ກັບ​ນາງ​ວ່າ, “ນາງ​ເອີຍ, ເຈົ້າ​ໄດ້​ພົ້ນ​ຈາກ​ຄວາມ​ພິການ​ຂອງ​ເຈົ້າ​ແລ້ວ”.


ແລ້ວ​ຍິງ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ຖືກ​ມານຊາຕານ​ຜູກມັດ​ມາ​ຕະຫລອດ​ສິບແປດ​ປີ ບໍ່​ສົມຄວນ​ບໍ​ທີ່​ຈະ​ປົດປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ​ໃນ​ວັນຊະບາໂຕ?”


ເມື່ອ​ເຫດການ​ເຫລົ່ານີ້​ເລີ່ມ​ຂຶ້ນ ພວກເຈົ້າ​ຈົ່ງ​ລຸກຂຶ້ນ​ຢືນ ແລະ ເງີຍ​ຫົວ​ຂຶ້ນ ເພາະ​ການ​ໄຖ່​ຂອງ​ພວກເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ”.


ພ້ອມ​ກັບ​ບັນດາ​ແມ່ຍິງ​ທີ່​ພຣະອົງ​ໄດ້​ຮັກສາ​ໃຫ້​ພົ້ນ​ຈາກ​ວິນຍານຊົ່ວຮ້າຍ ແລະ ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຄື: ມາຣີ (ຜູ້​ທີ່​ເອີ້ນ​ວ່າ​ຊາວ​ມັກດາລາ) ຜູ້​ທີ່​ພຣະອົງ​ຂັບໄລ່​ວິນຍານຊົ່ວຮ້າຍ​ເຈັດ​ໂຕ​ອອກ​ຈາກ​ນາງ,


ເມື່ອ​ພຣະເຢຊູເຈົ້າ​ກ້າວ​ຂຶ້ນ​ໄປ​ເທິງ​ຝັ່ງ, ພຣະອົງ​ກໍ​ພົບ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ນັ້ນ​ທີ່​ຖືກ​ຜີມານຮ້າຍ​ຫລາຍ​ໂຕ​ເຂົ້າ​ສິງ​ຢູ່. ເປັນ​ເວລາ​ດົນນານ​ແລ້ວ​ທີ່​ຊາຍ​ຄົນ​ນີ້​ບໍ່​ໄດ້​ນຸ່ງເຄື່ອງ ແລະ ບໍ່​ໄດ້​ຢູ່​ໃນ​ເຮືອນ ແຕ່​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ.


ໃນ​ທີ່​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ ແຕ່​ບໍ່​ມີ​ຄົນໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍດີ​ໄດ້.


ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ຄົນຂາເປ້ຍ​ມາ​ຕັ້ງແຕ່​ເກີດ​ຖືກ​ຫາມ​ມາ​ທີ່​ປະຕູ​ວິຫານ​ທີ່​ເອີ້ນ​ວ່າ​ປະຕູ​ງາມ, ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຖືກ​ຫາມ​ມາ​ວາງ​ໄວ້​ທຸກ​ມື້​ເພື່ອ​ຂໍທານ​ຈາກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ.


ເພາະ​ຊາຍ​ຄົນ​ທີ່​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ​ຢ່າງ​ອັດສະຈັນ​ນັ້ນ​ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka