Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ຜູ້​ນັ້ນ​ກໍ​ຈະ​ຖືກ​ປະຕິເສດ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ຜູ້ນັ້ນ​ກໍ​ຈະ​ຖືກ​ປະຕິເສດ ຕໍ່ໜ້າ​ຝູງ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.”

Uka jalj uñjjattʼäta Copia luraña




ລູກາ 12:9
15 Jak'a apnaqawi uñst'ayäwi  

ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ, ເຮົາ​ກໍ​ຈະ​ປະຕິເສດ​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ໃນ​ສະຫວັນ.


“ແຕ່​ເພິ່ນ​ໄດ້​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ’.


“ເມື່ອ​ບຸດມະນຸດ​ມາ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ​ພ້ອມດ້ວຍ​ເທວະດາ​ທັງໝົດ, ພຣະອົງ​ຈະ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.


“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


ເມື່ອ​ນັ້ນ​ເຮົາ​ຈະ​ບອກ​ພວກເຂົາ​ຢ່າງ​ຈະແຈ້ງ​ວ່າ, ‘ເຮົາ​ບໍ່​ເຄີຍ​ຮູ້ຈັກ​ພວກເຈົ້າ. ຈົ່ງ​ໜີ​ໄປ​ຈາກ​ເຮົາ, ພວກ​ຄົນ​ຊົ່ວ​ທັງຫລາຍ!’


ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.


ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.


ແຕ່​ເປໂຕ​ໄດ້​ຕອບ​ປະຕິເສດ​ວ່າ, “ນາງ​ເອີຍ ຂ້ອຍ​ບໍ່​ຮູ້ຈັກ​ລາວ”.


ຜູ້ໃດ​ກໍ​ຕາມ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຜູ້​ນັ້ນ​ເມື່ອ​ພຣະອົງ​ມາ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ພ້ອມ​ທັງ​ສະຫງ່າລາສີ​ຂອງ​ບັນດາ​ເທວະດາ​ບໍລິສຸດ.


ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,


ຜູ້ໃດ​ທີ່​ປະຕິເສດ​ພຣະບຸດ​ກໍ​ບໍ່​ມີ​ພຣະບິດາເຈົ້າ, ຜູ້ໃດ​ທີ່​ຍອມຮັບ​ພຣະບຸດ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.


ແລະ ບັດນີ້ ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕໍ່ໄປ, ເພື່ອ​ວ່າ​ເມື່ອ​ພຣະອົງ​ມາ​ປາກົດ​ພວກເຮົາ​ຈະ​ໝັ້ນໃຈ ແລະ ບໍ່​ລະອາຍ​ຕໍ່ໜ້າ​ພຣະອົງ​ເມື່ອ​ພຣະອົງ​ມາ.


ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ. ເບິ່ງ​ແມ ເຮົາ​ໄດ້​ເປີດ​ປະຕູ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ເຊິ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ, ແຕ່​ເຈົ້າ​ກໍ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເຮົາ ແລະ ບໍ່​ໄດ້​ປະຕິເສດ​ນາມ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka