57 “ດ້ວຍເຫດໃດພວກເຈົ້າຈຶ່ງບໍ່ຕັດສິນເອງວ່າສິ່ງໃດຖືກຕ້ອງ?
57 “ດ້ວຍເຫດໃດ ເຈົ້າທັງຫລາຍຈຶ່ງບໍ່ຕັດສິນເອົາເອງວ່າ ສິ່ງໃດເປັນເລື່ອງທີ່ຖືກຕ້ອງ?
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າມີຄວາມເຊື່ອ ແລະ ບໍ່ສົງໄສ ພວກເຈົ້າກໍເຮັດຕໍ່ຕົ້ນໝາກເດື່ອຕົ້ນນີ້ໄດ້ເໝືອນດັ່ງທີ່ເຮົາໄດ້ເຮັດ, ບໍ່ພຽງເທົ່ານັ້ນ ແຕ່ພວກເຈົ້າຍັງສາມາດສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’ ກໍຈະເປັນໄປຕາມນັ້ນ.
ເພາະໂຢຮັນບັບຕິສະໂຕໄດ້ມາເພື່ອຊີ້ບອກທາງແຫ່ງຄວາມຊອບທຳໃຫ້ແກ່ພວກເຈົ້າ ແລະ ພວກເຈົ້າບໍ່ເຊື່ອເພິ່ນ, ແຕ່ຄົນເກັບພາສີ ແລະ ຍິງໂສເພນີໄດ້ເຊື່ອເພິ່ນ ແລະ ເຖິງແມ່ນວ່າພວກເຈົ້າໄດ້ເຫັນສິ່ງນີ້ແລ້ວກໍຕາມ ພວກເຈົ້າກໍຍັງບໍ່ຍອມກັບໃຈ ແລະ ເຊື່ອເພິ່ນ.
ເມື່ອໃບຂອງມັນເລີ່ມປົ່ງ ພວກເຈົ້າກໍສາມາດຮູ້ດ້ວຍຕົນເອງວ່າລະດູຮ້ອນໃກ້ຈະມາເຖິງແລ້ວ.
ຈົ່ງຢຸດຕັດສິນຕາມທີ່ເຫັນພຽງພາຍນອກ ແຕ່ຈົ່ງຕັດສິນໃຫ້ຖືກຕ້ອງຕາມຄວາມເປັນຈິງ”.
ແລ້ວເປໂຕໄດ້ເຕືອນພວກເຂົາອີກຫລາຍຄຳ ແລະ ອ້ອນວອນວ່າ, “ຈົ່ງເອົາຕົວເອງໃຫ້ພົ້ນຈາກຄົນໃນຍຸກເສື່ອມຊາມນີ້”.
ພວກເຈົ້າຈົ່ງພິຈາລະນາຕົນເອງວ່າ: ສົມຄວນ ຫລື ບໍ່ ສຳລັບແມ່ຍິງຈະອະທິຖານຕໍ່ພຣະເຈົ້າໂດຍບໍ່ປົກຫົວຂອງຕົນ?
ທຳມະຊາດຂອງສິ່ງເຫລົ່ານີ້ບໍ່ໄດ້ສອນພວກເຈົ້າບໍວ່າ ຖ້າຜູ້ຊາຍຈົ່ງຜົມຍາວນັ້ນກໍໜ້າອັບອາຍແກ່ຕົນເອງ,