Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແຕ່​ເຮົາ​ຈະ​ສະແດງ​ໃຫ້​ພວກເຈົ້າ​ເຫັນ​ວ່າ​ພວກເຈົ້າ​ຄວນ​ຢ້ານ​ຜູ້ໃດ​ຄື: ຈົ່ງ​ຢ້ານ​ພຣະອົງ​ຜູ້​ທີ່​ຈະ​ຂ້າ​ຮ່າງກາຍ​ຂອງ​ເຈົ້າ​ແລ້ວ​ກໍ​ຍັງ​ມີ​ສິດອຳນາດ​ທີ່​ຈະ​ຖິ້ມ​ພວກເຈົ້າ​ລົງ​ນະລົກ​ໄດ້. ເຮົາ​ບອກ​ພວກເຈົ້າ​ວ່າ, ແມ່ນ​ແລ້ວ ຈົ່ງ​ຢ້ານ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເຮົາ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ຮູ້​ວ່າ ຜູ້ໃດ​ທີ່​ພວກເຈົ້າ​ຄວນ​ຢ້ານ ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ມີ​ສິດ​ອຳນາດ ທີ່​ຈະ​ຂ້າ​ແລະ​ຖິ້ມ​ລົງ​ໃນ​ນະຣົກ​ໄດ້ ແມ່ນ​ແທ້​ເຮົາ​ບອກ​ພວກເຈົ້າ​ວ່າ ຈົ່ງ​ຢ້ານ​ພຣະອົງ​ນັ້ນ​ແຫຼະ.”

Uka jalj uñjjattʼäta Copia luraña




ລູກາ 12:5
16 Jak'a apnaqawi uñst'ayäwi  

ຢ່າ​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ​ແຕ່​ບໍ່​ສາມາດ​ຂ້າ​ຈິດວິນຍານ​ໄດ້. ແຕ່​ຈົ່ງ​ຢ້ານ​ພຣະອົງ​ຜູ້​ທີ່​ສາມາດ​ທຳລາຍ​ໄດ້​ທັງ​ຈິດວິນຍານ ແລະ ຮ່າງກາຍ​ໃນ​ນະລົກ.


“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


“ແລ້ວ​ຄົນ​ເຫລົ່ານີ້​ກໍ​ຕ້ອງ​ອອກ​ໄປ​ຮັບໂທດ​ອັນ​ຕະຫລອດໄປ​ເປັນນິດ ແຕ່​ຜູ້ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິລັນດອນ”.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.


ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ, ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ໃຫ້​ຮູ້​ທຸກ​ສິ່ງ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ.


ແລະ ຢ່າ​ໃຫ້​ຜູ້ໃດ​ລ່ວງເກີນ ຫລື ເຮັດຜິດ​ຕໍ່​ພີ່ນ້ອງ​ໃນ​ເລື່ອງ​ນີ້. ອົງພຣະຜູ້ເປັນເຈົ້າ​ຈະ​ລົງໂທດ​ທຸກຄົນ​ທີ່​ເຮັດບາບ​ຢ່າງນັ້ນ ຕາມ​ທີ່​ພວກເຮົາ​ໄດ້​ບອກ ແລະ ໄດ້​ເຕືອນ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ.


ການ​ຕົກ​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ນັ້ນ​ກໍ​ເປັນ​ສິ່ງ​ທີ່​ໜ້າ​ຢ້ານກົວ​ຫລາຍ.


ເພາະ​ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ບັນດາ​ເທວະດາ​ທີ່​ໄດ້​ເຮັດ​ບາບ, ແຕ່​ໄດ້​ສົ່ງ​ພວກເຂົາ​ລົງ​ໄປ​ສູ່​ນະລົກ, ລ່າມໂສ້​ພວກເຂົາ​ຂັງ​ໄວ້​ໃນ​ບ່ອນ​ມືດ​ເພື່ອ​ລໍຖ້າ​ການພິພາກສາ.


ເທວະດາ​ນັ້ນ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະອົງ ເພາະວ່າ​ເວລາ​ແຫ່ງ​ການພິພາກສາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ. ຈົ່ງ​ນະມັດສະການ​ພຣະອົງ​ຜູ້​ໄດ້​ສ້າງ​ຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸ​ທັງຫລາຍ”.


ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ມີ​ຜູ້ໃດ​ແດ່​ຈະ​ບໍ່​ຢຳເກງ​ພຣະອົງ ແລະ ຈະ​ບໍ່​ຖວາຍ​ກຽດ​ແກ່​ນາມ​ຂອງ​ພຣະອົງ? ເພາະ​ພຣະອົງ​ຜູ້ດຽວ​ບໍລິສຸດ. ປະຊາຊາດ​ທັງໝົດ​ຈະ​ເຂົ້າ​ມາ ແລະ ນະມັດສະການ​ຕໍ່ໜ້າ​ພຣະອົງ, ເພາະ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ກໍ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ”.


ຫລັງຈາກນັ້ນ ຄວາມຕາຍ ແລະ ແດນມໍລະນາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ. ບຶງໄຟ​ນີ້​ແຫລະ​ຄື​ຄວາມຕາຍ​ຄັ້ງ​ທີສອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka