Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:48 - ພຣະຄຳພີລາວສະບັບສະໄໝໃໝ່

48 ສ່ວນ​ຄົນ​ທີ່​ບໍ່​ຮູ້ຈັກ ແລະ ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ລົງໂທດ​ກໍ​ຈະ​ຖືກ​ຂ້ຽນ​ໜ້ອຍ. ທຸກຄົນ​ທີ່​ໄດ້​ຮັບ​ຫລາຍ​ຈະ​ຖືກ​ຮຽກຮ້ອງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ ແລະ ຄົນ​ທີ່​ໄດ້​ຮັບ​ມອບໝາຍ​ໄວ້​ຫລາຍ ກໍ​ຈະ​ຖືກ​ທວງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

48 ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ ແລ້ວ​ໄດ້​ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ຂ້ຽນ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ໜ້ອຍ ຜູ້ໃດ​ໄດ້​ຮັບ​ຫລາຍ ກໍ​ຈະ​ທວງ​ເອົາ​ກັບ​ຜູ້ນັ້ນ​ຫລາຍ ແລະ​ຜູ້​ທີ່​ຮັບ​ຝາກ​ໄວ້​ຫລາຍ ເພິ່ນ​ກໍ​ຈະ​ທວງ​ເອົາ​ຈາກ​ຜູ້ນັ້ນ​ຫລາຍ.”

Uka jalj uñjjattʼäta Copia luraña




ລູກາ 12:48
21 Jak'a apnaqawi uñst'ayäwi  

ຜູ້ໃດ​ກໍ​ຕາມ​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ເພີ່ມເຕີມ​ອີກ ແລະ ພວກເຂົາ​ຈະ​ມີ​ຢ່າງ​ອຸດົມສົມບູນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ມີ, ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ.


ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ເອົາ​ສິ່ງຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ.


ແລ້ວ​ເປໂຕ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກຂ້ານ້ອຍ ຫລື ແກ່​ທຸກຄົນ?”


“ເຮົາ​ມາ​ເພື່ອ​ນຳ​ເອົາ​ໄຟ​ມາ​ສູ່​ໂລກ ແລະ ເຮົາ​ປາຖະໜາ​ຢ່າງ​ທີ່​ຈະ​ໃຫ້​ໄຟ​ນັ້ນ​ລຸກ​ຂຶ້ນ​ແລ້ວ!


ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ຄົນ​ນັ້ນ​ມາ ແລະ ຖາມ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງໃດ? ຈົ່ງ​ເອົາ​ບັນຊີ​ທີ່​ເຈົ້າ​ຈັດການ​ຢູ່​ນັ້ນ​ມາ, ເພາະ​ເຈົ້າ​ບໍ່​ສາມາດ​ເປັນ​ຜູ້ຈັດການ​ຕໍ່​ໄປ​ໄດ້​ອີກ’.


ຖ້າ​ເຮົາ​ບໍ່​ໄດ້​ມາ​ກ່າວ​ແກ່​ພວກເຂົາ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມຜິດບາບ. ແຕ່​ບັດນີ້ ພວກເຂົາ​ບໍ່​ມີ​ຂໍ້​ແກ້ໂຕ​ໃຫ້​ກັບ​ຄວາມບາບ​ຂອງ​ຕົນ​ແລ້ວ.


ໃນ​ອະດີດ​ພຣະເຈົ້າ​ເບິ່ງ​ຂ້າມ​ຄວາມໂງ່​ເຊັ່ນນັ້ນ ແຕ່​ບັດນີ້ ພຣະອົງ​ໄດ້​ສັ່ງ​ມະນຸດ​ທຸກຄົນ​ໃນ​ທົ່ວ​ທຸກ​ບ່ອນ​ໃຫ້​ຖິ້ມໃຈເກົ່າເອົາໃຈໃໝ່.


ເຊິ່ງ​ສອດຄ່ອງ​ກັບ​ຂ່າວປະເສີດ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ, ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ນີ້.


ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.


ຕີໂມທຽວ​ເອີຍ, ຈົ່ງ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຈົ້າ​ດູແລ. ຈົ່ງ​ຫັນໜີ​ຈາກ​ການ​ເວົ້າ​ທີ່​ບໍ່​ເປັນປະໂຫຍດ ແລະ ຄວາມຄິດ​ຂັດແຍ້ງ​ທີ່​ເຫັນ​ຜິດ​ວ່າ​ເປັນ​ຄວາມຮູ້,


ແລະ ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້ ພຣະອົງ​ກໍ​ໄດ້​ເປີດເຜີຍ​ຖ້ອຍຄຳ​ຂອງ​ພຣະອົງ​ຜ່ານທາງ​ການ​ປະກາດ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ເອີຍ, ບໍ່​ແມ່ນ​ຫລາຍຄົນ​ໃນ​ພວກເຈົ້າ​ຈະ​ຕ້ອງ​ເປັນ​ອາຈານ, ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ທີ່​ເປັນ​ຜູ້ສອນ​ນັ້ນ​ຈະ​ຖືກ​ຕັດສິນ​ຢ່າງ​ເຂັ້ມງວດ​ກວ່າ​ຜູ້​ອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka