Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:42 - ພຣະຄຳພີລາວສະບັບສະໄໝໃໝ່

42 ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ຜູ້ຈັດການ​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ຄົນຮັບໃຊ້​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ທີ່​ເປັນ​ຜູ້​ຈັດ​ການ​ທີ່​ສັດຊື່ ແລະ​ສະຫລາດ? ກໍ​ແມ່ນ​ຜູ້​ທີ່​ນາຍ​ຂອງຕົນ​ມອບ​ໃຫ້​ຮັບຜິດຊອບ​ເບິ່ງແຍງ ຄົນ​ຮັບໃຊ້​ຜູ້​ອື່ນ​ຂອງ​ເພິ່ນ ແລະ​ແຈກຈ່າຍ​ອາຫານ​ໃຫ້​ຄົນ​ຮັບໃຊ້​ເຫຼົ່ານັ້ນ​ຕາມ​ເວລາ.

Uka jalj uñjjattʼäta Copia luraña




ລູກາ 12:42
29 Jak'a apnaqawi uñst'ayäwi  

ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດ​ທຸກຄົນ​ທີ່​ໄດ້​ຮຽນຮູ້​ເຖິງ​ເລື່ອງ​ອານາຈັກ​ສະຫວັນ ກໍ​ເປັນ​ເໝືອນ​ເຈົ້າຂອງ​ເຮືອນ​ຜູ້​ໜຶ່ງ​ທີ່​ນຳ​ຊັບສົມບັດ​ໃໝ່ ແລະ ຊັບສົມບັດ​ເກົ່າ​ອອກ​ມາ​ຈາກ​ຄັງ​ຂອງ​ຕົນ”.


“ເມື່ອ​ຮອດ​ຕອນແລງ​ມາ ເຈົ້າຂອງ​ສວນອະງຸ່ນ​ກໍ​ບອກ​ຜູ້ຈັດການ​ສວນ​ຂອງ​ຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ ຈ່າຍ​ຄ່າແຮງງານ​ໃຫ້​ພວກເຂົາ, ເລີ່ມ​ຕັ້ງແຕ່​ຜູ້ຮັບຈ້າງ​ຄົນ​ຫລ້າສຸດ​ໄປ​ຈົນ​ເຖິງ​ຜູ້ຮັບຈ້າງ​ຄົນ​ທຳອິດ’.


ຈະ​ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ຜູ້​ນັ້ນ​ເມື່ອ​ນາຍ​ກັບ​ມາ​ພົບ​ວ່າ​ລາວ​ເຮັດ​ຕາມ​ໜ້າທີ່.


ເມື່ອ​ອົງພຣະຜູ້ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ, ພຣະອົງ​ກໍ​ສົງສານ​ນາງ​ຫລາຍ ແລະ ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ”.


ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະຜູ້ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”


ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ຖ້າ​ເຮົາ​ມາ​ຊ້າ, ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄົນ​ທັງຫລາຍ​ຄວນ​ປະພຶດຕົນ​ຢ່າງ​ໃດ​ໃນ​ຄົວເຮືອນ​ຂອງ​ພຣະເຈົ້າ ຄື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ອັນ​ເປັນ​ເສົາ​ຫລັກ ແລະ ຮາກຖານ​ແຫ່ງ​ຄວາມຈິງ.


ພວກ​ຜູ້ປົກຄອງ​ທີ່​ບໍລິຫານ​ກິດຈະການ​ຂອງ​ຄຣິສຕະຈັກ​ໄດ້​ດີ​ກໍ​ສົມຄວນ​ໄດ້​ຮັບ​ກຽດ​ເປັນ​ສອງ​ເທົ່າ, ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ເຮັດ​ໜ້າທີ່​ເທດສະໜາ ແລະ ສັ່ງສອນ.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.


ຈົ່ງ​ລະນຶກ​ເຖິງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ຂອງ​ວິຖີຊີວິດ​ຂອງ​ພວກເພິ່ນ​ເຫລົ່ານັ້ນ​ແລ້ວ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


“ໂມເຊ​ໄດ້​ສັດຊື່​ໃນ​ຖານະ​ຜູ້ຮັບໃຊ້​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ”, ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພຣະເຈົ້າ​ຈະ​ກ່າວ​ໃນ​ພາຍໜ້າ.


ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka