Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກ່າວ​ພວກສາວົກ​ວ່າ, “ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ​ຈະ​ກິນ​ຫຍັງ ຫລື ຮ່າງກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງຫົ່ມ​ຫຍັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ແລ້ວ​ພຣະອົງ​ຊົງ​ກ່າວ​ກັບ​ພວກ​ສາວົກ​ວ່າ, “ດ້ວຍເຫດນັ້ນ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຢ່າ​ກະວົນ​ກະວາຍ​ເຖິງ​ຊີວິດ​ຂອງຕົນ​ວ່າ ຈະ​ກິນ​ຫຍັງ ແລະ​ເຖິງ​ຮ່າງກາຍ​ຂອງຕົນ​ວ່າ ຈະ​ນຸ່ງຫົ່ມ​ຫຍັງ.

Uka jalj uñjjattʼäta Copia luraña




ລູກາ 12:22
7 Jak'a apnaqawi uñst'ayäwi  

“ເມື່ອ​ພວກເຈົ້າ​ຖືກ​ນຳ​ເຂົ້າໄປ​ຢູ່​ຕໍ່ໜ້າ​ທຳມະສາລາ, ບັນດາ​ຜູ້ປົກຄອງ ຫລື ຜູ້​ມີ​ສິດອຳນາດ, ຢ່າ​ຄິດ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ປ້ອງກັນ​ຕົນ​ເອງ​ຢ່າງໃດ ຫລື ຈະ​ເວົ້າ​ສິ່ງໃດ,


ເພາະວ່າ​ຊີວິດ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ອາຫານ ແລະ ຮ່າງກາຍ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ເຄື່ອງນຸ່ງຫົ່ມ.


ແລະ ຢ່າ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ກິນ​ຫຍັງ ຫລື ຈະ​ດື່ມ​ຫຍັງ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຫລຸດພົ້ນ​ຈາກ​ຄວາມກັງວົນ. ຊາຍ​ທີ່​ບໍ່​ແຕ່ງງານ​ກໍ​ກັງວົນ​ຢູ່​ນຳ​ພາລະກິດ​ຂອງ​ອົງພຣະຜູ້ເປັນເຈົ້າ ເພື່ອ​ໃຫ້​ອົງພຣະຜູ້ເປັນເຈົ້າ​ພໍໃຈ.


ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.


ຈົ່ງ​ຮັກສາ​ຊີວິດ​ຂອງ​ພວກເຈົ້າ​ໃຫ້​ເວັ້ນຈາກ​ການຮັກເງິນ ແລະ ຈົ່ງ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່, ເພາະວ່າ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ບໍ່​ໄປ​ຈາກ​ເຈົ້າ, ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ຈັກເທື່ອ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka