Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:21 - ພຣະຄຳພີລາວສະບັບສະໄໝໃໝ່

21 “ຜູ້ໃດ​ທີ່​ສະສົມ​ສິ່ງຂອງ​ໄວ້​ສຳລັບ​ຕົນ​ເອງ​ແຕ່​ບໍ່​ໄດ້​ຮັ່ງມີ​ເພື່ອ​ພຣະເຈົ້າ​ກໍ​ເປັນ​ຢ່າງ​ນີ້​ແຫລະ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ຄົນ​ທີ່​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນເອງ ແລະ​ບໍ່​ຮັ່ງມີ​ຕໍ່​ພຣະເຈົ້າ​ກໍ​ເປັນ​ດັ່ງນີ້ແຫລະ.”

Uka jalj uñjjattʼäta Copia luraña




ລູກາ 12:21
14 Jak'a apnaqawi uñst'ayäwi  

ຈົ່ງ​ຂາຍ​ສິ່ງຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ ແລະ ບໍລິຈາກ​ແກ່​ຄົນທຸກຍາກ. ຈົ່ງ​ຈັດຕຽມ​ຖົງເງິນ​ທີ່​ບໍ່​ມີ​ມື້​ຫລຸ້ຍຫ້ຽນ​ໄວ້​ສຳລັບ​ຕົນ​ເອງ ຄື​ຊັບສົມບັດ​ໃນ​ສະຫວັນ​ທີ່​ບໍ່​ໝົດ​ຈັກເທື່ອ, ໃນ​ບ່ອນ​ທີ່​ບໍ່​ມີ​ໂຈນ​ເຂົ້າ​ໃກ້ ແລະ ບໍ່​ມີ​ມອດ​ມາ​ທຳລາຍ.


ດັ່ງນັ້ນ ຖ້າ​ພວກເຈົ້າ​ສັດຊື່​ໃນ​ເບິ່ງແຍງ​ຊັບສົມບັດ​ຝ່າຍ​ໂລກ​ບໍ່​ໄດ້, ຜູ້ໃດ​ຈະ​ໄວ້ໃຈ​ໃຫ້​ພວກເຈົ້າ​ເບິ່ງແຍງ​ຊັບສົມບັດ​ອັນ​ແທ້​ຈິງ?


“ແຕ່​ວິບັດ​ມີ​ແກ່​ພວກເຈົ້າ​ຜູ້​ຮັ່ງມີ ເພາະ​ພວກເຈົ້າ​ໄດ້​ຮັບ​ຄວາມ​ສຸກ​ສະບາຍ​ແລ້ວ.


ແຕ່​ເພາະ​ພວກເຈົ້າ​ມີ​ໃຈ​ແຂງກະດ້າງ ແລະ ບໍ່​ຍອມ​ກັບໃຈ, ພວກເຈົ້າ​ຈຶ່ງ​ສະສົມ​ຄວາມໂກດຮ້າຍ​ຕໍ່ສູ້​ຕົນເອງ​ໄວ້​ສຳລັບ​ວັນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເມື່ອ​ພຣະອົງ​ສະແດງ​ການ​ພິພາກສາ​ອັນ​ຊອບທຳ.


ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.


ບັນດາ​ຄົນ​ທີ່​ຢາກ​ໄດ້​ຄວາມຮັ່ງມີ​ກໍ​ຕົກ​ຢູ່​ໃນ​ການລໍ້ລວງ ແລະ ຕົກ​ໃນ​ບ້ວງແຮ້ວ​ຂອງ​ຄວາມປາຖະໜາ​ທີ່​ໂງ່ຈ້າ ແລະ ອັນຕະລາຍ​ຫລາຍ​ຢ່າງ​ທີ່​ດຶງ​ມະນຸດ​ລົງ​ສູ່​ຄວາມຈິບຫາຍ ແລະ ການທຳລາຍ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?


ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka