Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:18 - ພຣະຄຳພີລາວສະບັບສະໄໝໃໝ່

18 “ແລ້ວ​ລາວ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ເຮັດ​ດັ່ງນີ້​ຄື ເຮົາ​ຈະ​ມ້າງ​ເລົ້າ​ທັງຫລາຍ​ຂອງ​ເຮົາ​ລົງ​ແລ້ວ​ສ້າງ​ເລົ້າ​ໃໝ່​ຂຶ້ນ​ໃຫ້​ໃຫຍ່​ກວ່າ​ເກົ່າ ແລະ ຈະ​ເອົາ​ຜົນລະປູກ​ສວ່ນ​ທີ່​ເຫລືອ​ຂອງ​ເຮົາ​ເກັບ​ໄວ້​ຢູ່​ບ່ອນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ແລ້ວ​ເສດຖີ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ເຮັດ​ດັ່ງນີ້ ຄື​ເຮົາ​ຈະ​ມ້າງ​ເລົ້າ​ທັງຫລາຍ​ທີ່​ເຮົາ​ມີ​ຢູ່ ແລະ​ສ້າງ​ເລົ້າ​ໃໝ່​ໃຫ້​ໃຫຍ່​ກວ່າ​ເກົ່າ​ຂຶ້ນ​ແທນ ແລະ​ເອົາ​ຜົນລະປູກ ກັບ​ສິ່ງຂອງ​ທັງໝົດ​ທີ່​ເຮົາ​ມີ ເກັບ​ໄວ້​ຢູ່​ໃນ​ບ່ອນ​ນັ້ນ.’

Uka jalj uñjjattʼäta Copia luraña




ລູກາ 12:18
11 Jak'a apnaqawi uñst'ayäwi  

ຈົ່ງ​ເບິ່ງ​ຝູງ​ນົກ​ໃນ​ອາກາດ; ພວກມັນ​ບໍ່​ໄດ້​ຫວ່ານ ຫລື ບໍ່​ໄດ້​ເກັບກ່ຽວ ຫລື ບໍ່​ໄດ້​ສະສົມ​ໄວ້​ໃນ​ເລົ້າ ແລະ ເຖິງປານນັ້ນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ຝູງ​ນົກ​ນັ້ນ​ໄວ້. ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ຝູງ​ນົກ​ນັ້ນ​ບໍ່​ແມ່ນ​ບໍ?


ລາວ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວໃດ​ດີ? ເຮົາ​ບໍ່​ມີ​ບ່ອນ​ທີ່​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້’.


ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົນ​ເອງ​ວ່າ, “ເຈົ້າ​ມີ​ຜົນລະປູກ​ເກັບ​ໄວ້​ພຽງພໍ​ສຳລັບ​ຫລາຍ​ປີ, ຈົ່ງ​ໃຊ້​ຊີວິດ​ໃຫ້​ສະບາຍ, ກິນ, ດື່ມ ແລະ ສະໜຸກສະໜານ​ສາ”’.


“ຜູ້ໃດ​ທີ່​ສະສົມ​ສິ່ງຂອງ​ໄວ້​ສຳລັບ​ຕົນ​ເອງ​ແຕ່​ບໍ່​ໄດ້​ຮັ່ງມີ​ເພື່ອ​ພຣະເຈົ້າ​ກໍ​ເປັນ​ຢ່າງ​ນີ້​ແຫລະ”.


ຈົ່ງ​ພິຈາລະນາ​ເບິ່ງ​ຝູງ​ກາ: ພວກມັນ​ບໍ່​ໄດ້​ຫວ່ານ ຫລື ບໍ່​ໄດ້​ເກັບກ່ຽວ, ພວກມັນ​ບໍ່​ມີ​ບ່ອນ​ເກັບ​ສິ່ງຂອງ ຫລື ບໍ່​ມີ​ເລົ້າ, ແຕ່​ພຣະເຈົ້າ​ກໍ​ຍັງ​ລ້ຽງດູ​ພວກມັນ. ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ຝູງ​ນົກ​ເຫລົ່ານັ້ນ!


“ເປັນ​ເວລາ​ດົນນານ​ແລ້ວ​ທີ່​ຜູ້​ພິພາກສາ​ຄົນ​ນີ້​ໄດ້​ປະຕິເສດ. ແຕ່​ໃນ​ທີ່ສຸດ ເພິ່ນ​ກໍ​ຄິດ​ໃນ​ໃຈ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ຫລື ບໍ່​ສົນໃຈ​ສິ່ງ​ທີ່​ມະນຸດ​ຄິດ,


ແລ້ວ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ຜູ້ພິພາກສາ​ບໍ່ຍຸຕິທຳ​ຄົນ​ນີ້​ກ່າວ.


“ສະຕິປັນຍາ” ຢ່າງ​ນີ້​ບໍ່​ໄດ້​ມາ​ຈາກ​ສະຫວັນ​ແຕ່​ເປັນ​ຂອງ​ຝ່າຍ​ໂລກ, ບໍ່​ຢູ່​ຝ່າຍວິນຍານ ແລະ ເປັນ​ຂອງ​ຝ່າຍມານ.


ບັດນີ້​ຈົ່ງ​ຟັງ, ພວກເຈົ້າ​ທີ່​ເວົ້າ​ວ່າ, “ວັນນີ້ ຫລື ມື້ອື່ນ​ພວກເຮົາ​ຈະ​ໄປ​ເມືອງ​ນັ້ນ ຫລື ເມືອງ​ນີ້, ຈະ​ຢູ່​ທີ່​ນັ້ນ​ໜຶ່ງ​ປີ, ຈະ​ເຮັດ​ທຸລະກິດ ແລະ ສະສົມ​ເງິນ​ໄວ້”.


ແທນທີ່​ຈະ​ກ່າວ​ຢ່າງ​ນັ້ນ ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ຈະ​ມີຊີວິດ​ຢູ່​ເພື່ອ​ເຮັດ​ສິ່ງ​ນີ້ ຫລື ສິ່ງ​ນັ້ນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka