Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:11 - ພຣະຄຳພີລາວສະບັບສະໄໝໃໝ່

11 “ເມື່ອ​ພວກເຈົ້າ​ຖືກ​ນຳ​ເຂົ້າໄປ​ຢູ່​ຕໍ່ໜ້າ​ທຳມະສາລາ, ບັນດາ​ຜູ້ປົກຄອງ ຫລື ຜູ້​ມີ​ສິດອຳນາດ, ຢ່າ​ຄິດ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ປ້ອງກັນ​ຕົນ​ເອງ​ຢ່າງໃດ ຫລື ຈະ​ເວົ້າ​ສິ່ງໃດ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 “ເມື່ອ​ພວກເຂົາ​ນຳ​ພວກເຈົ້າ​ໄປ​ສອບສວນ​ໃນ​ທຳມະສາລາ ຫລື​ຕໍ່ໜ້າ​ບັນດາ​ຜູ້​ປົກຄອງ ຫລື​ຜູ້​ມີ​ສິດ​ອຳນາດ ຢ່າ​ສູ່​ຄິດ​ກະວົນ​ກະວາຍ​ວ່າ ຈະ​ປ້ອງກັນ​ຕົວ​ເອງ​ຢ່າງ​ໃດ ຫລື​ຈະ​ເວົ້າ​ຢ່າງ​ໃດ.

Uka jalj uñjjattʼäta Copia luraña




ລູກາ 12:11
14 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ນັກປັດຊະຍາ ແລະ ພວກອາຈານ​ມາ​ຫາ​ພວກເຈົ້າ, ບາງຄົນ​ໃນ​ພວກເຂົາ​ພວກເຈົ້າ​ກໍ​ຂ້າ ແລະ ຄຶງ​ທີ່​ໄມ້ກາງແຂນ, ຄົນ​ອື່ນໆ​ອີກ​ພວກເຈົ້າ​ກໍ​ຈະ​ຂ້ຽນຕີ​ໃນ​ທຳມະສາລາ​ຂອງ​ພວກເຈົ້າ ແລະ ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ.


“ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ, ຈະ​ກິນ​ຫຍັງ ຫລື ຈະ​ດື່ມ​ຫຍັງ ຫລື ກະວົນກະວາຍ​ເຖິງ​ຮ່າງກາຍ​ຂອງ​ຕົນ​ວ່າ, ຈະ​ນຸ່ງຫົ່ມ​ຫຍັງ. ຊີວິດ​ມີ​ຄ່າ​ຫລາຍ​ກວ່າ​ອາຫານ ແລະ ຮ່າງກາຍ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່​ແມ່ນ​ບໍ?


ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນກະວາຍ​ແລ້ວ​ສາມາດ​ຕໍ່​ຊີວິດ​ຂອງ​ຕົນ​ເອງ​ໃຫ້​ຍືນຍາວ​ອອກ​ໄປ​ອີກ​ຈັກ​ຊົ່ວໂມງ​ໜຶ່ງ​ໄດ້?


“ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະວົນກະວາຍ​ເຖິງ​ເລື່ອງ​ເຄື່ອງນຸ່ງ? ຈົ່ງ​ເບິ່ງ​ດອກໄມ້​ໃນ​ທົ່ງ​ວ່າ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງໃດ, ມັນ​ບໍ່​ໄດ້​ອອກແຮງ ຫລື ເຂັນຝ້າຍ.


ດັ່ງນັ້ນ ຢ່າ​ກະວົນກະວາຍ​ວ່າ, ‘ພວກເຮົາ​ຈະ​ກິນ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ດື່ມ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ນຸ່ງຫົ່ມ​ຫຍັງ?’


ເຫດສະນັ້ນ ຢ່າ​ກະວົນກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ກໍ​ຈະ​ມີ​ເລື່ອງ​ກະວົນກະວາຍ​ແລ້ວ. ແຕ່​ລະ​ວັນ​ກໍ​ມີ​ຄວາມທຸກ​ພໍ​ແລ້ວ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກ່າວ​ພວກສາວົກ​ວ່າ, “ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ​ຈະ​ກິນ​ຫຍັງ ຫລື ຮ່າງກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງຫົ່ມ​ຫຍັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka