Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:9 - ພຣະຄຳພີລາວສະບັບສະໄໝໃໝ່

9 “ດັ່ງນັ້ນ ເຮົາ​ບອກ​ພວກເຈົ້າ​ວ່າ: ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ສະແຫວງ​ຫາ​ແລ້ວ​ພວກເຈົ້າ​ຈະ​ພົບ, ຈົ່ງ​ເຄາະ​ແລ້ວ​ປະຕູ​ຈະ​ເປີດ​ໃຫ້​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຝ່າຍ​ເຮົາ​ຈຶ່ງ​ບອກ​ແກ່​ພວກເຈົ້າ​ວ່າ, ຈົ່ງ​ໝັ່ນ​ຂໍ ແລະ ພວກເຈົ້າ​ຈະ​ໄດ້​ຮັບ ຈົ່ງ​ໝັ່ນ​ຊອກຫາ ແລະ​ພວກເຈົ້າ​ຈະ​ໄດ້​ພົບ ຈົ່ງ​ໝັ່ນ​ເຄາະ ແລະ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.

Uka jalj uñjjattʼäta Copia luraña




ລູກາ 11:9
40 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ເຊື່ອ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພວກເຈົ້າ​ອະທິຖານ​ຂໍ”.


“ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມ​ໃຈ​ພໍ່?” ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກຊາຍກົກ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນເກັບພາສີ ແລະ ຍິງໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ.


ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ແມ່ນ​ແຕ່​ໂຊໂລໂມນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ ກໍ​ຍັງ​ບໍ່​ໄດ້​ໃສ່​ເຄື່ອງນຸ່ງ​ທີ່​ງາມສະຫງ່າ​ເໝືອນ​ດອກໄມ້​ເຫລົ່ານີ້​ດອກ​ໜຶ່ງ.


ດ້ວຍເຫດນັ້ນ ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ອະທິຖານ​ຂໍ ຈົ່ງ​ເຊື່ອ​ວ່າ​ພວກເຈົ້າ​ໄດ້​ຮັບ​ແລ້ວ ແລະ ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ.


ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ​ນີ້ ເຮົາ​ກໍ​ກ່າວ​ເຕືອນ​ແກ່​ທຸກຄົນ​ເໝືອນ​ກັນ​ວ່າ: ‘ຈົ່ງ​ເຝົ້າ​ລະວັງ​ຢູ່!’”


ເພາະ​ທຸກຄົນ​ທີ່​ຂໍ​ກໍ​ໄດ້​ຮັບ, ທຸກຄົນ​ທີ່​ສະແຫວງ​ຫາ​ກໍ​ໄດ້​ພົບ, ແລະ ທຸກຄົນ​ທີ່​ເຄາະ ປະຕູ​ກໍ​ຈະ​ເປີດ​ໃຫ້.


ສິ່ງໃດ​ທີ່​ພວກເຈົ້າ​ຂໍ​ໃນ​ນາມ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ ເພື່ອ​ວ່າ​ພຣະບິດາເຈົ້າ​ຈະ​ໄດ້​ຮັບກຽດ​ໂດຍ​ທາງ​ພຣະບຸດ.


ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ຖ້າ​ພວກເຈົ້າ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງນັ້ນ.


ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂວັນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ເພາະ​ພຣະອົງ​ກ່າວ​ວ່າ, “ໃນ​ເວລາ​ແຫ່ງ​ຄວາມກະລຸນາ​ຂອງ​ເຮົາ ເຮົາ​ໄດ້​ຟັງ​ພວກເຈົ້າ ແລະ ໃນ​ວັນ​ແຫ່ງ​ຄວາມພົ້ນ​ນັ້ນ ເຮົາ​ໄດ້​ຊ່ວຍ​ພວກເຈົ້າ”. ເຮົາ​ບອກ​ພວກເຈົ້າ​ວ່າ, ບັດນີ້ ເປັນ​ເວລາ​ແຫ່ງ​ຄວາມກະລຸນາ​ຂອງ​ພຣະເຈົ້າ, ບັດນີ້ ເປັນ​ວັນ​ແຫ່ງ​ຄວາມພົ້ນ.


ແລະ ຖ້າ​ບໍ່​ມີ​ຄວາມເຊື່ອ​ກໍ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຮັດ​ໃຫ້​ພຣະເຈົ້າ​ພໍໃຈ, ເພາະວ່າ​ທຸກ​ຄົນ​ທີ່​ຈະ​ມາ​ຫາ​ພຣະເຈົ້າ​ນັ້ນ​ຕ້ອງ​ເຊື່ອ​ວ່າ​ພຣະອົງ​ມີ​ຊີວິດ​ຢູ່ ແລະ ພຣະອົງ​ໃຫ້​ລາງວັນ​ແກ່​ບັນດາ​ຜູ້​ທີ່​ສະແຫວງຫາ​ພຣະອົງ​ຢ່າງ​ຈິງຈັງ.


ດັ່ງນັ້ນ ຂໍ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ບັນລັງ​ແຫ່ງ​ພຣະຄຸນ​ດ້ວຍ​ຄວາມໝັ້ນໃຈ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ ແລະ ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ພວກເຮົາ​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງການ.


ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.


ແລະ ຄຳອະທິຖານ​ດ້ວຍ​ຄວາມເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ຫາຍດີ. ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຫາຍດີ. ຖ້າ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.


ແລະ ໄດ້​ຮັບ​ທຸກສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ, ເພາະ​ພວກເຮົາ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ພໍໃຈ.


ບັດນີ້ ເຮົາ​ກ່າວ​ກັບ​ພວກເຈົ້າ​ທີ່​ເຫລືອ​ຢູ່​ໃນ​ເມືອງ​ທົວເຕຣາ, ກັບ​ພວກເຈົ້າ​ທີ່​ບໍ່​ຢຶດຖື​ຄຳສອນ​ຂອງ​ນາງ ແລະ ບໍ່​ໄດ້​ຮຽນຮູ້​ສິ່ງ​ທີ່​ເອີ້ນ​ວ່າ​ຄວາມເລິກລັບ​ຂອງ​ຊາຕານ​ນັ້ນ ‘ເຮົາ​ຈະ​ບໍ່​ມອບ​ພາລະ​ອື່ນ​ໃຫ້​ແກ່​ພວກເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka