Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:54 - ພຣະຄຳພີລາວສະບັບສະໄໝໃໝ່

54 ເພື່ອ​ຄອຍຖ້າ​ຈັບຜິດ​ສິ່ງ​ທີ່​ພຣະອົງ​ຈະ​ເວົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

54 ໂດຍ​ຫວັງ​ຊອກ​ຈັບ​ຜິດ​ພຣະອົງ​ໃນ​ຖ້ອຍຄຳ​ໃດໜຶ່ງ ທີ່​ພຣະອົງ​ກ່າວ​ອອກ​ມາ.

Uka jalj uñjjattʼäta Copia luraña




ລູກາ 11:54
12 Jak'a apnaqawi uñst'ayäwi  

ແລ້ວ​ພວກ​ຟາຣີຊາຍ​ຈຶ່ງ​ອອກ​ໄປ​ວາງແຜນ​ກັນ​ເພື່ອ​ຈັບຜິດ​ຖ້ອຍຄຳ​ຂອງ​ພຣະອົງ.


ແຕ່​ພຣະເຢຊູເຈົ້າ​ຮູ້​ທັນ​ເຈດຕະນາ​ຊົ່ວຮ້າຍ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ວ່າ, “ຄົນໜ້າຊື່ໃຈຄົດ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ຈະ​ຈັບຜິດ​ເຮົາ?


ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ເປັນ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ກໍ​ໄດ້​ທົດລອງ​ພຣະອົງ​ໂດຍ​ຖາມ​ວ່າ:


ແລ້ວ​ພວກເຂົາ​ກໍ​ໃຊ້​ຟາຣີຊາຍ​ບາງຄົນ ແລະ ກຸ່ມ​ສະໜັບສະໜູນ​ເຮໂຣດ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ຈັບຜິດ​ຖ້ອຍຄຳ​ຂອງ​ພຣະອົງ.


ມີ​ບາງຄົນ​ໃນ​ພວກເຂົາ​ກຳລັງ​ຊອກຫາ​ສາເຫດ​ທີ່​ຈະ​ກ່າວໂທດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ​ຢ່າງ​ໃກ້ຊິດ​ວ່າ​ພຣະອົງ​ຈະ​ຮັກສາ​ຊາຍ​ຄົນ​ນີ້​ໃນ​ວັນຊະບາໂຕ ຫລື ບໍ່.


ເມື່ອ​ພຣະເຢຊູເຈົ້າ​ອອກໄປ​ຂ້າງນອກ, ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ກໍ​ເລີ່ມ​ຕໍ່ຕ້ານ​ພຣະອົງ​ຢ່າງ​ຮຸນແຮງ ແລະ ເລີ່ມ​ພາກັນ​ຕັ້ງ​ຄຳຖາມ​ໃສ່​ພຣະອົງ,


ພວກເຂົາ​ໄດ້​ຕິດຕາມ​ເບິ່ງ​ພຣະອົງ​ຢ່າງ​ໃກ້ຊິດ ໂດຍ​ໃຊ້​ພວກ​ສອດແນມ ເຊິ່ງ​ເຮັດຄື​ວ່າ​ຈິງໃຈ. ພວກເຂົາ​ຫວັງ​ຈະ​ຈັບ​ຜິດ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ການ​ປົກຄອງ ແລະ ສິດອຳນາດ​ຂອງ​ຜູ້ປົກຄອງ.


ພວກເຂົາ​ບໍ່​ສາມາດ​ຈັບ​ຜິດ​ສິ່ງ​ທີ່​ພຣະອົງ​ກ່າວ​ໃນ​ທີ່​ສາທະລະນະ​ໄດ້. ແລ້ວ​ພວກເຂົາ​ຈຶ່ງ​ມິດງຽບ​ຢູ່​ເພາະ​ປະຫລາດໃຈ​ໃນ​ຄຳຕອບ​ຂອງ​ພຣະອົງ.


ຂໍ​ທ່ານ​ຢ່າ​ໄດ້​ອະນຸມັດ, ເພາະວ່າ​ພວກເຂົາ​ຫລາຍ​ກວ່າ​ສີ່ສິບ​ຄົນ​ທີ່​ກຳລັງ​ລໍຖ້າ​ປອງຮ້າຍ​ໂປໂລ. ພວກເຂົາ​ໄດ້​ສາບານ​ໄວ້​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ອັນໃດ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ. ບັດນີ້ ພວກເຂົາ​ພ້ອມ​ແລ້ວ, ລໍຖ້າ​ແຕ່​ທ່ານ​ອະນຸມັດ​ຕາມ​ຄຳຂໍ​ຂອງ​ພວກເຂົາ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka