Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:51 - ພຣະຄຳພີລາວສະບັບສະໄໝໃໝ່

51 ນັບ​ຈາກ​ເລືອດ​ຂອງ​ອາເບັນ​ຈົນ​ເຖິງ​ເລືອດ​ຂອງ​ເຊກາຣີຢາ, ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ວິຫານ. ເຮົາ​ບອກ​ພວກເຈົ້າ​ວ່າ, ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ຮັບຜິດຊອບ​ສິ່ງ​ທັງໝົດ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

51 ຄື​ຕັ້ງແຕ່​ເລືອດ​ຂອງ​ອາເບັນ ຈົນເຖິງ​ເລືອດ​ຂອງ​ເຊກາຣີຢາ ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ພຣະວິຫານ​ນັ້ນ ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ໃນ​ຍຸກ​ນີ້​ຈະ​ຖືກ​ລົງໂທດ​ຍ້ອນ​ເລືອດ​ພວກ​ນັ້ນ​ທັງໝົດ​ທີ່​ຖືກ​ຂ້າ.”

Uka jalj uñjjattʼäta Copia luraña




ລູກາ 11:51
9 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເລືອດ​ຂອງ​ຄົນຊອບທຳ​ທັງໝົດ​ທີ່​ຕົກ​ໃສ່​ແຜ່ນດິນໂລກ ແລະ ຈະ​ຕົກ​ຖືກ​ພວກເຈົ້າ, ນັບ​ຕັ້ງ​ແຕ່​ເລືອດ​ຂອງ​ອາເບັນ​ຜູ້ຊອບທຳ​ໄປ​ຈົນ​ເຖິງ​ເລືອດ​ຂອງ​ເຊກາຣີຢາ​ລູກຊາຍ​ຂອງ​ບາຣາຂີຢາ​ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ວິຫານ ແລະ ແທ່ນບູຊາ.


ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ນຳ​ເອົາ​ເຄື່ອງບູຊາ​ທີ່​ດີ​ກວ່າ​ຂອງ​ກາອິນ​ມາ​ຖວາຍ​ແກ່​ພຣະເຈົ້າ. ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້ຊອບທຳ​ເມື່ອ​ພຣະເຈົ້າ​ຊົມເຊີຍ​ເຄື່ອງຖວາຍ​ຂອງ​ເພິ່ນ. ແລະ ໂດຍ​ຄວາມເຊື່ອ​ອາເບັນ​ຈຶ່ງ​ຍັງ​ຖືກ​ເວົ້າ​ເຖິງ​ຢູ່, ເຖິງແມ່ນວ່າ​ເພິ່ນ​ໄດ້​ຕາຍ​ແລ້ວ.


ມາ​ເຖິງ​ພຣະເຢຊູເຈົ້າ​ຜູ້​ເປັນ​ຜູ້ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ແລະ ມາ​ເຖິງ​ການຊິດເລືອດ ເຊິ່ງ​ກ່າວ​ເຖິງ​ສິ່ງ​ທີ່​ດີ​ກວ່າ​ເລືອດ​ຂອງ​ອາເບັນ.


ຢ່າ​ເປັນ​ເໝືອນ​ກາອິນ​ຜູ້​ເປັນ​ຝ່າຍ​ມານຊົ່ວຮ້າຍ ແລະ ໄດ້​ຂ້າ​ນ້ອງຊາຍ​ຂອງ​ຕົນ. ເປັນຫຍັງ​ລາວ​ຈຶ່ງ​ຂ້າ​ນ້ອງຊາຍ? ກໍ​ເພາະ​ການກະທຳ​ຂອງ​ຕົນເອງ​ຊົ່ວຮ້າຍ ແລະ ການກະທຳ​ຂອງ​ນ້ອງຊາຍ​ນັ້ນ​ຊອບທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka