Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:42 - ພຣະຄຳພີລາວສະບັບສະໄໝໃໝ່

42 “ວິບັດ​ແກ່​ພວກເຈົ້າ ພວກ​ຟາຣີຊາຍ​ເອີຍ, ເພາະ​ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ຜັກຫອມລາບ, ຜັກຣູ ແລະ ຜັກ​ສະໝຸນໄພ​ອື່ນໆ​ທຸກ​ຊະນິດ​ຂອງ​ພວກເຈົ້າ​ໃຫ້​ແກ່​ພຣະເຈົ້າ, ແຕ່​ພວກເຈົ້າ​ໄດ້​ລະເລີຍ​ຄວາມຍຸຕິທຳ ແລະ ຄວາມຮັກ​ຂອງ​ພຣະເຈົ້າ. ພວກເຈົ້າ​ຄວນ​ປະຕິບັດ​ສິ່ງ​ຕໍ່ມາ​ໂດຍ​ບໍ່​ປະຖິ້ມ​ສິ່ງ​ທຳອິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 “ແຕ່​ວິບັດ​ແກ່​ເຈົ້າ ພວກ​ຟາຣີຊາຍ​ເອີຍ ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ ໃນ​ເຄື່ອງ​ປູກ​ຂອງ​ຝັງ​ຕາມ​ລະດູ​ການ​ແກ່​ພຣະເຈົ້າ ຄື​ຜັກ​ກ້ານກໍ່າ ຜັກ​ແພວ ແລະ​ຜັກ​ອື່ນໆ​ທຸກ​ຊະນິດ, ແຕ່​ພວກເຈົ້າ​ລະເລີຍ​ຄວາມ​ຍຸດຕິທຳ ແລະ​ຄວາມຮັກ​ຂອງ​ພຣະເຈົ້າ ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ ໂດຍ​ບໍ່​ລະເລີຍ​ສິ່ງ​ອື່ນ​ດ້ວຍ.”

Uka jalj uñjjattʼäta Copia luraña




ລູກາ 11:42
22 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ໜ້າ​ຄົນ. ດ້ວຍວ່າ ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ.


“ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ດ້ວຍວ່າ ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ເຄື່ອງເທດ​ຂອງ​ເຈົ້າ ຄື​ຜັກຫອມລາບ, ແກ່ນ​ຜັກຊີ ແລະ ຜັກຄູມິນ. ແຕ່​ພວກເຈົ້າ​ໄດ້​ລະເລີຍ​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ໃນ​ກົດບັນຍັດ ຄື​ຄວາມຍຸຕິທຳ, ຄວາມເມດຕາ ແລະ ຄວາມ​ສັດຊື່. ພວກເຈົ້າ​ຄວນ​ປະຕິບັດ​ສິ່ງ​ເຫລົ່ານີ້​ໂດຍ​ບໍ່​ປະຖິ້ມ​ສິ່ງ​ອື່ນ​ດ້ວຍ.


“ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ພວກເຈົ້າ​ເປັນ​ເໝືອນ​ອຸບມຸງ​ຝັງສົບ​ທີ່​ທາ​ດ້ວຍ​ປູນຂາວ ເຊິ່ງ​ເບິ່ງ​ພາຍນອກ​ງົດງາມ​ແຕ່​ພາຍໃນ​ນັ້ນ​ເຕັມ​ໄປ​ດ້ວຍ​ກະດູກ​ຄົນຕາຍ ແລະ ຄວາມ​ບໍ່ສະອາດ​ທຸກ​ຢ່າງ.


ຂ້ານ້ອຍ​ຖືສິນ​ອົດອາຫານ​ອາທິດ​ລະ​ສອງ​ເທື່ອ ແລະ ຖວາຍ​ໜຶ່ງສ່ວນສິບ​ຈາກ​ທຸກສິ່ງ​ທີ່​ໄດ້​ມາ’.


ແຕ່​ເຮົາ​ຮູ້ຈັກ​ພວກເຈົ້າ, ເຮົາ​ຮູ້​ວ່າ​ພວກເຈົ້າ​ບໍ່​ໄດ້​ມີ​ຄວາມຮັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ.


ຖ້າ​ຜູ້ໃດ​ເວົ້າ​ວ່າ “ຂ້ານ້ອຍ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ຄົນຂີ້ຕົວະ. ເພາະ​ຜູ້ໃດ​ກໍ​ຕາມ​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ຕົນ​ເບິ່ງເຫັນ​ໄດ້ ກໍ​ບໍ່​ສາມາດ​ຮັກ​ພຣະເຈົ້າ​ຜູ້​ທີ່​ຕົນ​ບໍ່​ສາມາດ​ເບິ່ງເຫັນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka