Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຂໍ​ໂຜດ​ຍົກໂທດ​ຄວາມບາບ​ຂອງ​ພວກ​ຂ້ານ້ອຍ, ດ້ວຍວ່າ​ພວກ​ຂ້ານ້ອຍ​ໄດ້​ຍົກໂທດ​ໃຫ້​ທຸກຄົນ​ທີ່​ເຮັດ​ຜິດ​ບາບ​ຕໍ່​ພວກ​ຂ້ານ້ອຍ​ເໝືອນກັນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ’”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ຂໍໂຜດ​ຍົກໂທດ​ບາບກຳ ໃຫ້​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ ດ້ວຍວ່າ, ພວກ​ຂ້ານ້ອຍ​ຍົກ​ຄວາມຜິດ​ ຄວາມ​ບາບ​ໃຫ້​ທຸກຄົນ ທີ່​ເຮັດ​ຜິດ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ ໃນ​ການ​ທົດລອງ.”’

Uka jalj uñjjattʼäta Copia luraña




ລູກາ 11:4
31 Jak'a apnaqawi uñst'ayäwi  

“ເຫດສະນັ້ນ ພຣະບິດາ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເຮັດ​ຢ່າງ​ນັ້ນ​ແກ່​ພວກເຈົ້າ​ທຸກຄົນ ຖ້າ​ພວກເຈົ້າ​ແຕ່ລະຄົນ​ບໍ່​ຍົກໂທດ​ໃຫ້​ພີ່ນ້ອງ​ຈາກ​ໃຈ​ຂອງ​ພວກເຈົ້າ”.


ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.


ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ສົມມຸດ​ວ່າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ມິດສະຫາຍ​ຄົນ​ໜຶ່ງ, ແລະ ຈະ​ໄປ​ຫາ​ມິດສະຫາຍ​ຄົນ​ນັ້ນ​ໃນ​ເວລາ​ທ່ຽງ​ຄືນ ແລະ ເວົ້າ​ວ່າ, ‘ສະຫາຍ​ເອີຍ ຂໍ​ໃຫ້​ເຮົາ​ຢືມ​ເຂົ້າ​ຈີ່​ຈັກ​ສາມ​ກ້ອນ​ແດ່


ຫລື ສິບແປດ​ຄົນ​ເຫລົ່ານັ້ນ​ທີ່​ຕາຍ​ເມື່ອ​ຫໍຄອຍ​ສີໂລອາມ​ພັງ​ລົງ​ມາ​ທັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຂົາ​ມີ​ຄວາມຜິດ​ຫລາຍ​ກວ່າ​ຄົນ​ອື່ນໆ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ບໍ?


ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ນອນຫລັບ​ຢູ່? ຈົ່ງ​ລຸກຂຶ້ນ ແລະ ອະທິຖານ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ”.


ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ.


ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ຂໍ​ໃຫ້​ພຣະອົງ​ເອົາ​ພວກເຂົາ​ອອກ​ໄປ​ຈາກ​ໂລກ ແຕ່​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ.


ບໍ່​ມີ​ການທົດລອງ​ໃດໆ​ເກີດຂຶ້ນ​ກັບ​ພວກເຈົ້າ​ທັງຫລາຍ ນອກຈາກ​ການທົດລອງ​ທີ່​ເກີດຂຶ້ນ​ກັບ​ມະນຸດ​ທົ່ວໄປ. ແລະ ພຣະເຈົ້າ​ສັດຊື່; ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຖືກ​ທົດລອງ​ເກີນກວ່າ​ສິ່ງ​ພວກເຈົ້າ​ຈະ​ທົນ​ໄດ້. ແຕ່​ເມື່ອ​ພວກເຈົ້າ​ຖືກ​ທົດລອງ ພຣະອົງ​ຈະ​ໃຫ້​ພວກເຈົ້າ​ມີ​ທາງ​ອອກ​ດ້ວຍ ເພື່ອ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ການທົດລອງ​ນັ້ນ​ໄດ້.


ຈົ່ງ​ອົດທົນ​ຕໍ່​ກັນ ແລະ ຖ້າ​ຜູ້ໃດ​ມີ​ເລື່ອງ​ຕໍ່​ກັນ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນ, ຈົ່ງ​ຍົກໂທດ​ໃຫ້​ກັນ​ເໝືອນ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ.


ແຕ່​ອົງພຣະຜູ້ເປັນເຈົ້າ​ສັດຊື່ ພຣະອົງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ ແລະ ປົກປ້ອງ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄົນຊົ່ວຮ້າຍ.


ອົງພຣະຜູ້ເປັນເຈົ້າ​ຈະ​ຊ່ວຍ​ກອບກູ້​ເຮົາ​ຈາກ​ການໂຈມຕີ​ທີ່​ຊົ່ວຮ້າຍ​ທຸກຢ່າງ ແລະ ຈະ​ນຳ​ເຮົາ​ເຂົ້າ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ. ຂໍ​ໃຫ້​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ເພາະວ່າ​ການພິພາກສາ​ທີ່​ບໍ່ມີຄວາມເມດຕາ​ຈະ​ສະແດງ​ແກ່​ຜູ້​ທີ່​ບໍ່​ມີ​ຄວາມເມດຕາ. ຄວາມເມດຕາ​ມີ​ໄຊຊະນະ​ເໜືອ​ການພິພາກສາ!


ຢ່າ​ຢ້ານ​ການທົນທຸກ​ທີ່​ເຈົ້າ​ກຳລັງ​ຈະ​ປະເຊີນ. ເຮົາ​ບອກ​ເຈົ້າ​ວ່າ, ມານຮ້າຍ​ຈະ​ຂັງ​ພວກເຈົ້າ​ບາງຄົນ​ໄວ້​ໃນ​ຄຸກ​ເພື່ອ​ທົດລອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ທົນທຸກ​ເພາະ​ການຂົ່ມເຫັງ​ເຖິງ​ສິບ​ວັນ. ຈົ່ງ​ສັດຊື່​ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ຕາຍ ແລະ ເຮົາ​ຈະ​ມອບ​ຊີວິດ​ໃຫ້​ເຈົ້າ​ເພື່ອ​ເປັນ​ມົງກຸດ​ແຫ່ງ​ໄຊຊະນະ.


ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka