Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:24 - ພຣະຄຳພີລາວສະບັບສະໄໝໃໝ່

24 “ເມື່ອ​ວິນຍານສົກກະປົກ​ອອກ​ຈາກ​ຄົນ​ແລ້ວ, ມັນ​ກໍ​ໄປ​ທົ່ວ​ບ່ອນ​ແຫ້ງແລ້ງ​ເພື່ອ​ຊອກຫາ​ບ່ອນຢູ່ ແລະ ເມື່ອ​ຊອກຫາ​ບ່ອນຢູ່​ບໍ່​ພົບ, ມັນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ຄືນ​ໄປ​ເຮືອນ​ທີ່​ເຮົາ​ໄດ້​ອອກ​ມາ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

24 “ເມື່ອ​ຜີຊົ່ວຮ້າຍ​ອອກ​ມາ​ຈາກ​ຄົນ​ໃດ​ແລ້ວ ມັນ​ກໍ​ທຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຊອກ​ຫາ​ບ່ອນ​ພັກ​ເຊົາ​ເມື່ອຍ ເມື່ອ​ມັນ​ຫາ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ລູກາ 11:24
18 Jak'a apnaqawi uñst'ayäwi  

ແລະ ມັນ​ຈຶ່ງ​ອ້ອນວອນຂໍ​ນຳ​ພຣະເຢຊູເຈົ້າ​ເພື່ອ​ບໍ່​ໃຫ້​ຂັບໄລ່​ພວກມັນ​ອອກ​ຈາກ​ເຂດແດນ​ນັ້ນ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ກຳລັງ​ບຸບຽດກັນ​ເຂົ້າ​ມາ​ໃກ້ ພຣະອົງ​ຈຶ່ງ​ສັ່ງ​ວິນຍານສົກກະປົກ, “ວິນຍານ​ປາກກືກ ແລະ ຫູໜວກ ເຮົາ​ສັ່ງ​ພວກເຈົ້າ​ໃຫ້​ອອກ​ຈາກ​ເດັກນ້ອຍ ແລະ ຢ່າ​ກັບ​ເຂົ້າ​ໄປ​ສິງ​ລາວ​ອີກ​ຈັກເທື່ອ”.


ເມື່ອ​ມັນ​ມາ​ເຖິງ​ກໍ​ພົບ​ວ່າ​ເຮືອນ​ນັ້ນ​ປັດກວາດ​ສະອາດ ແລະ ຈັດ​ເປັນ​ລະບຽບຮຽບຮ້ອຍ​ແລ້ວ.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka