Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແຕ່​ບາງຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ໂດຍ ອຳນາດ​ເບເອນເຊບູນ​ນາຍ​ຂອງ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແຕ່​ປະຊາຊົນ​ບາງຄົນ​ເວົ້າ​ວ່າ, “ແມ່ນ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ທີ່​ໃຫ້​ອຳນາດ​ແກ່​ຄົນ​ນີ້ ຂັບໄລ່​ຜີມານຮ້າຍ​ອອກ.”

Uka jalj uñjjattʼäta Copia luraña




ລູກາ 11:15
11 Jak'a apnaqawi uñst'ayäwi  

ໃຫ້​ລູກສິດ​ສະເໝີ​ກັບ​ຄູ ແລະ ຜູ້ຮັບໃຊ້​ສະເໝີ​ກັບ​ນາຍ​ຂອງ​ຕົນ​ກໍ​ພໍ​ແລ້ວ. ຖ້າ​ຫົວໜ້າ​ຄອບຄົວ​ຖືກ​ເອີ້ນ​ວ່າ​ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ຂອງ​ເຂົາ​ກໍ​ຈະ​ຖືກ​ເອີ້ນ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າໃດ​ນໍ!


ແລ້ວ​ພວກເຂົາ​ກໍ​ພາ​ຊາຍ​ຜູ້​ໜຶ່ງ​ທີ່​ມີ​ຜີມານຮ້າຍ​ເຂົ້າ​ສິງ ທັງ​ຕາບອດ ແລະ ປາກກືກ​ມາ​ຫາ​ພຣະອົງ ແລະ ພຣະເຢຊູເຈົ້າ​ຮັກສາ​ຊາຍ​ຄົນ​ນັ້ນ, ລາວ​ຈຶ່ງ​ເວົ້າ​ໄດ້ ແລະ ເບິ່ງ​ເຫັນ​ໄດ້.


ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ແຕ່​ພວກ​ຟາຣີຊາຍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ນາຍ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.


ຫລາຍຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ລາວ​ຖືກ​ຜີມານຮ້າຍ​ສິງ​ຢູ່ ແລະ ກຳລັງ​ເປັນ​ບ້າ. ຟັງ​ລາວ​ເຮັດຫຍັງ?”


ປະຊາຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີມານຮ້າຍ​ສິງ​ຢູ່ ແມ່ນ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ຂ້າ​ເຈົ້າ?”


ພວກ​ຢິວ​ຕອບ​ພຣະອົງ​ວ່າ, “ພວກເຮົາ​ເວົ້າ​ຖືກຕ້ອງ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ເຈົ້າ​ເປັນ​ຊາວ​ຊາມາເຣຍ ແລະ ມີ​ຜີມານຮ້າຍ​ສິງ​ຢູ່?”


ເມື່ອ​ພວກ​ຢິວ​ໄດ້​ຍິນ​ຢ່າງ​ນີ້​ກໍ​ຮ້ອງ​ຂຶ້ນ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ແລ້ວ​ວ່າ​ຜີມານຮ້າຍ​ສິງ​ເຈົ້າ​ຢູ່! ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ, ແຕ່​ເຈົ້າ​ມາ​ເວົ້າ​ວ່າ​ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຈົ້າ​ຜູ້​ນັ້ນ​ຈະ​ບໍ່​ໄດ້​ຊິມ​ລົດ​ຄວາມຕາຍ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka