Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຈົ່ງ​ຮັກສາ​ຄົນເຈັບປ່ວຍ​ຢູ່​ໃນ​ເມືອງ​ນັ້ນ ແລະ ບອກ​ພວກເຂົາ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ພວກເຈົ້າ​ແລ້ວ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຈົ່ງ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ເມືອງ​ນັ້ນ​ດີ​ພະຍາດ ແລະ​ປະກາດ​ແກ່​ຊາວ​ເມືອງ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ທ່ານ​ທັງຫລາຍ​ແລ້ວ.’

Uka jalj uñjjattʼäta Copia luraña




ລູກາ 10:9
15 Jak'a apnaqawi uñst'ayäwi  

ແລະ ກ່າວ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່, ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ເທດສະໜາ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ພຣະອົງ​ກ່າວ​ອີກ​ວ່າ, “ພວກເຮົາ​ຈະ​ປຽບ​ອານາຈັກ​ຂອງ​ພຣະເຈົ້າ​ກັບ​ສິ່ງ​ໃດ​ດີ, ຫລື ຈະ​ໃຊ້​ຄຳອຸປະມາ​ຢ່າງໃດ​ເພື່ອ​ມາ​ອະທິບາຍ​ເຖິງ​ອານາຈັກ​ນີ້?


ພວກເພິ່ນ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ຫລາຍ​ໂຕ ແລະ ໄດ້​ເຈີມ​ຄົນເຈັບປ່ວຍ​ຫລາຍ​ຄົນ​ດ້ວຍ​ນ້ຳມັນ ແລະ ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ແຕ່​ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໜຶ່ງ ແລະ ບໍ່​ໄດ້​ຮັບ​ການ​ຕ້ອນຮັບ, ຈົ່ງ​ອອກ​ໄປ​ທີ່​ກາງ​ຖະໜົນ​ຂອງ​ເມືອງ​ນັ້ນ ແລະ ເວົ້າ​ວ່າ,


‘ແມ່ນ​ແຕ່​ຂີ້ຝຸ່ນ​ຂອງ​ເມືອງ​ນີ້​ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ເຊັດ​ອອກ​ເພື່ອ​ເປັນ​ການ​ເຕືອນ​ພວກເຈົ້າ. ແຕ່​ຈົ່ງ​ຈຳ​ໄວ້​ໃນ​ຂໍ້​ນີ້​ວ່າ: ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ’.


ແລະ ພຣະອົງ​ໃຊ້​ພວກເພິ່ນ​ອອກ​ໄປ​ເພື່ອ​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ເພື່ອ​ຮັກສາ​ຄົນເຈັບປ່ວຍ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ໃດ​ສາມາດ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ຖ້າ​ພວກເຂົາ​ບໍ່​ບັງເກີດ​ໃໝ່”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະວິນຍານ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້.


“ເຫດສະນັ້ນ ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ຄວາມພົ້ນ​ຂອງ​ພຣະເຈົ້າ​ໄດ້​ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ແລະ ພວກເຂົາ​ຈະ​ຮັບ​ຟັງ!”


ເພິ່ນ​ໄດ້​ປະກາດ​ອານາຈັກ​ຂອງ​ພຣະເຈົ້າ ແລະ ສອນ​ເລື່ອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມກ້າຫານ ແລະ ໂດຍ​ບໍ່​ຖືກ​ຂັດຂວາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka