Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຈົ່ງ​ພັກ​ຢູ່​ທີ່​ເຮືອນ​ນັ້ນ, ກິນ ແລະ ດື່ມ​ຕາມ​ທີ່​ພວກເຂົາ​ຈັດ​ມາ​ໃຫ້​ພວກເຈົ້າ, ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງ​ຕົນ. ຢ່າ​ຍ້າຍ​ຈາກ​ເຮືອນ​ນີ້​ໄປ​ສູ່​ເຮືອນ​ອື່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຈົ່ງ​ຢູ່​ໃນ​ເຮືອນ​ຫລັງ​ນັ້ນ ກິນ​ແລະ​ດື່ມ​ຕາມ​ທີ່​ເຂົາ​ມີ​ຢູ່. ດ້ວຍວ່າ, ຄົນງານ​ກໍ​ຄວນ​ຈະ​ໄດ້​ຮັບ​ຄ່າ​ແຮງງານ​ຂອງຕົນ ຢ່າ​ຍ້າຍ​ຈາກ​ເຮືອນ​ນີ້​ເຂົ້າ​ໄປ​ຢູ່​ເຮືອນ​ອື່ນ.

Uka jalj uñjjattʼäta Copia luraña




ລູກາ 10:7
18 Jak'a apnaqawi uñst'ayäwi  

ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ໃດ, ຈົ່ງ​ພັກ​ຢູ່​ທີ່​ເຮືອນ​ນັ້ນ​ຈົນກວ່າ​ພວກເຈົ້າ​ຈະ​ໄປ​ຈາກ​ເມືອງ​ນັ້ນ.


ຖ້າ​ມີ​ຄົນ​ຮັກ​ສັນຕິສຸກ​ຢູ່​ໃນ​ເຮືອນ​ນັ້ນ, ສັນຕິສຸກ​ຂອງ​ພວກເຈົ້າ​ກໍ​ຈະ​ຢູ່​ກັບ​ພວກເຂົາ, ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ ສັນຕິສຸກ​ກໍ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ.


ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ໃດ ຈົ່ງ​ພັກ​ຢູ່​ທີ່​ນັ້ນ​ຈົນກວ່າ​ພວກເຈົ້າ​ຈະ​ໄປ​ຈາກ​ເມືອງ​ນັ້ນ.


ເມື່ອ​ນາງ​ກັບ​ສະມາຊິກ​ໃນ​ຄົວເຮືອນ​ຂອງ​ນາງ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ນາງ​ໄດ້​ເຊີນ​ພວກເຮົາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ນາງ. ນາງ​ເວົ້າ​ວ່າ, “ຖ້າ​ທ່ານ​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຜູ້ທີ່ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ, ຂໍ​ເຊີນ​ມາ​ພັກ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ດ້ວຍ”. ນາງ​ໄດ້​ຊັກຊວນ​ຈົນ​ພວກເຮົາ​ຂັດ​ບໍ່​ໄດ້.


ຜູ້​ຮັກສາ​ຄຸກ​ໄດ້​ພາ​ພວກເພິ່ນ​ເຂົ້າໄປ​ໃນ​ເຮືອນ ແລະ ຈັດ​ອາຫານ​ມາ​ລ້ຽງ​ພວກເພິ່ນ, ຜູ້​ຮັກສາ​ຄຸກ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ລາວ​ເອງ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ໄດ້​ມາ​ເຊື່ອ​ພຣະເຈົ້າ.


ຫລັງຈາກ​ໂປໂລ ແລະ ຊີລາ​ອອກ​ຈາກ​ຄຸກ​ແລ້ວ​ກໍ​ໄດ້​ມາ​ທີ່​ເຮືອນ​ຂອງ​ນາງ​ລີເດຍ, ພວກເພິ່ນ​ໄດ້​ພົບ​ກັບ​ພວກ​ພີ່ນ້ອງ ແລະ ໜູນໃຈ​ພວກເຂົາ​ແລ້ວ​ກໍ​ລາ​ຈາກ​ໄປ.


ເຖິງຢ່າງໃດ​ກໍ​ຕາມ, ຜູ້​ທີ່​ຮັບ​ຄຳສັ່ງສອນ​ໃນ​ຖ້ອຍຄຳ​ກໍ​ຄວນ​ແບ່ງປັນ​ສິ່ງ​ທີ່​ດີ​ທັງປວງ​ໃຫ້​ແກ່​ຜູ້ສອນ​ຂອງ​ຕົນ.


ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ.


ຊາວນາ​ຜູ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ກໍ​ສົມຄວນ​ເປັນ​ຜູ້ທຳອິດ​ທີ່​ຈະ​ໄດ້​ຮັບ​ສ່ວນແບ່ງ​ຂອງ​ພືດຜົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka