Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:5 - ພຣະຄຳພີລາວສະບັບສະໄໝໃໝ່

5 “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ກໍ​ຕາມ ກ່ອນ​ອື່ນ​ໃຫ້​ກ່າວ​ວ່າ, ‘ສັນຕິສຸກ​ຈົ່ງ​ມີ​ແກ່​ເຮືອນ​ຫລັງ​ນີ້’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ບໍ່​ວ່າ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ກໍຕາມ ກ່ອນ​ອື່ນ​ໃຫ້​ກ່າວ​ອວຍພອນ​ວ່າ, ‘ສັນຕິສຸກ ຈົ່ງ​ມີ​ແກ່​ເຮືອນ​ຫລັງ​ນີ້.’

Uka jalj uñjjattʼäta Copia luraña




ລູກາ 10:5
9 Jak'a apnaqawi uñst'ayäwi  

ຢ່າ​ຖື​ຖົງເງິນ ຫລື ຖົງເຄື່ອງ ຫລື ເກີບ​ໄປ​ນຳ ແລະ ຢ່າ​ແວ່​ທັກທາຍ​ຜູ້ໃດ​ຕາມ​ທາງ.


ຖ້າ​ມີ​ຄົນ​ຮັກ​ສັນຕິສຸກ​ຢູ່​ໃນ​ເຮືອນ​ນັ້ນ, ສັນຕິສຸກ​ຂອງ​ພວກເຈົ້າ​ກໍ​ຈະ​ຢູ່​ກັບ​ພວກເຂົາ, ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ ສັນຕິສຸກ​ກໍ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ.


ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ໃນ​ວັນນີ້​ຄວາມພົ້ນ​ໄດ້​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ, ເພາະ​ຊາຍ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


ພຣະອົງ​ໄດ້​ມາ ແລະ ໄດ້​ປະກາດ​ສັນຕິສຸກ​ແກ່​ພວກເຈົ້າ​ທັງຫລາຍ​ທີ່​ຢູ່​ໄກ ແລະ ແກ່​ບັນດາ​ຜູ້​ທີ່​ຢູ່​ໃກ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka