Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:42 - ພຣະຄຳພີລາວສະບັບສະໄໝໃໝ່

42 ແຕ່​ມີ​ພຽງ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຈຳເປັນ. ມາຣີ​ໄດ້​ເລືອກ​ສິ່ງ​ທີ່​ດີ​ກວ່າ ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ສິ່ງ​ນັ້ນ​ໄປ​ຈາກ​ນາງ​ໄດ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ສິ່ງ​ຊຶ່ງ​ຈຳເປັນ​ນັ້ນ ກໍ​ມີ​ແຕ່​ສິ່ງ​ດຽວ ມາຣີ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ດີ​ນັ້ນ​ແລ້ວ ແລະ​ຜູ້ໃດ​ຈະ​ຍາດ​ເອົາ​ສິ່ງ​ນີ້​ໄປ​ຈາກ​ນາງ​ບໍ່ໄດ້.”

Uka jalj uñjjattʼäta Copia luraña




ລູກາ 10:42
36 Jak'a apnaqawi uñst'ayäwi  

ຈະ​ມີ​ປະໂຫຍດ​ອັນໃດ ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ ແຕ່​ຕ້ອງ​ສູນເສຍ​ຈິດວິນຍານ​ຂອງ​ຕົນ?


ມາທາ​ມີ​ນ້ອງສາວ​ຄົນ​ໜຶ່ງ​ຊື່​ວ່າ​ມາຣີ ຜູ້​ທີ່​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ວັນ​ໜຶ່ງ​ພຣະເຢຊູເຈົ້າ​ອະທິຖານ​ຢູ່​ໃນ​ສະຖານທີ່​ແຫ່ງ​ໜຶ່ງ. ເມື່ອ​ພຣະອົງ​ອະທິຖານ​ຈົບ​ແລ້ວ, ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ສອນ​ພວກຂ້ານ້ອຍ​ອະທິຖານ​ເໝືອນ​ດັ່ງ​ທີ່​ໂຢຮັນ​ໄດ້​ສອນ​ພວກລູກສິດ​ຂອງ​ເພິ່ນ​ດ້ວຍ”.


“ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນໂງ່​ເອີຍ! ຄືນ​ນີ້​ຊີວິດ​ຂອງ​ເຈົ້າ​ຈະ​ຖືກ​ເອີ້ນ​ເອົາ​ຄືນ​ຈາກ​ເຈົ້າ. ແລ້ວ​ຜູ້ໃດ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ສິ່ງຂອງ​ທີ່​ເຈົ້າ​ຕຽມ​ໄວ້​ສຳລັບ​ເຈົ້າ​ເອງ?’


ຈົ່ງ​ຂາຍ​ສິ່ງຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ ແລະ ບໍລິຈາກ​ແກ່​ຄົນທຸກຍາກ. ຈົ່ງ​ຈັດຕຽມ​ຖົງເງິນ​ທີ່​ບໍ່​ມີ​ມື້​ຫລຸ້ຍຫ້ຽນ​ໄວ້​ສຳລັບ​ຕົນ​ເອງ ຄື​ຊັບສົມບັດ​ໃນ​ສະຫວັນ​ທີ່​ບໍ່​ໝົດ​ຈັກເທື່ອ, ໃນ​ບ່ອນ​ທີ່​ບໍ່​ມີ​ໂຈນ​ເຂົ້າ​ໃກ້ ແລະ ບໍ່​ມີ​ມອດ​ມາ​ທຳລາຍ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ຄົນ​ນັ້ນ​ມາ ແລະ ຖາມ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງໃດ? ຈົ່ງ​ເອົາ​ບັນຊີ​ທີ່​ເຈົ້າ​ຈັດການ​ຢູ່​ນັ້ນ​ມາ, ເພາະ​ເຈົ້າ​ບໍ່​ສາມາດ​ເປັນ​ຜູ້ຈັດການ​ຕໍ່​ໄປ​ໄດ້​ອີກ’.


“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ. ຄື​ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


ເຫດສະນັ້ນ ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຟັງ​ໃຫ້​ດີ. ດ້ວຍ​ວ່າ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມ​ຂຶ້ນ​ອີກ; ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ຄິດ​ວ່າ​ພວກເຂົາ​ມີ​ຢູ່​ນັ້ນ​ກໍ​ຈະ​ຖືກ​ເອົາ​ໄປ​ຈາກ​ພວກເຂົາ”.


ບັດນີ້​ມີ​ຊາຍ​ຄົນ​ໜຶ່ງ​ກຳລັງ​ປ່ວຍ​ຢູ່​ຊື່​ວ່າ​ລາຊາໂຣ. ລາວ​ມາ​ຈາກ​ບ້ານ​ເບັດທານີ, ບ້ານ​ທີ່​ມາຣີ ແລະ ມາທາ​ເອື້ອຍ​ຂອງ​ລາວ​ຢູ່.


ຊາວ​ຢິວ​ຫລາຍ​ຄົນ​ໄດ້​ມາ​ຫາ​ມາທາ ແລະ ມາຣີ​ເພື່ອ​ເລົ້າໂລມໃຈ​ພວກເຂົາ​ທີ່​ໄດ້​ສູນເສຍ​ນ້ອງຊາຍ.


ແລ້ວ​ນາງ​ມາຣີ​ກໍ​ໄດ້​ເອົາ​ນ້ຳຫອມ​ບໍລິສຸດ​ປະມານ​ເຄິ່ງ​ລິດ​ທີ່​ມີ​ລາຄາ​ແພງ​ມາ ນາງ​ໄດ້​ຖອກ​ນໍ້າຫອມ​ນັ້ນ​ຫົດ​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ໃຊ້​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ. ຈົນ​ທົ່ວ​ທັງ​ເຮືອນ​ຫອມກຸ້ມ​ດ້ວຍ​ກິ່ນ​ນ້ຳຫອມ​ນັ້ນ.


ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ຟັງ​ຄຳ​ຂອງ​ເຮົາ ແລະ ເຊື່ອ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ຜູ້​ນັ້ນ​ກໍ​ມີຊີວິດ​ນິລັນດອນ ແລະ ຈະ​ບໍ່​ເຂົ້າ​ໃນ​ການພິພາກສາ, ແຕ່​ໄດ້​ຜ່ານພົ້ນ​ຈາກ​ຄວາມຕາຍ​ໄປ​ສູ່​ຊີວິດ​ແລ້ວ.


ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.


ຖ້າຫາກ​ວ່າ​ເຮົາ​ຈະ​ບໍລິຈາກ​ຊັບສິນ​ທັງໝົດ​ທີ່​ເຮົາ​ມີ​ໃຫ້​ແກ່​ຄົນຍາກຈົນ ແລະ ຍອມ​ໃຫ້​ເອົາ​ຮ່າງກາຍ​ຂອງ​ເຮົາ​ໄປ​ສູ່​ຄວາມຍາກລຳບາກ​ເພື່ອ​ເຮົາ​ຈະ​ໂອ້ອວດ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ, ເຮົາ​ກໍ​ບໍ່​ໄດ້​ປະໂຫຍດ​ຫຍັງ.


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka