Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:40 - ພຣະຄຳພີລາວສະບັບສະໄໝໃໝ່

40 ຝ່າຍ​ມາທາ​ນັ້ນ​ວຸ້ນວາຍ​ຢູ່​ກັບ​ການຈັດຕຽມ​ສິ່ງ​ຕ່າງໆ​ທີ່​ຕ້ອງ​ເຮັດ. ດັ່ງນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ບໍ່​ສົນໃຈ​ແດ່​ບໍ​ທີ່​ນ້ອງສາວ​ຂອງ​ຂ້ານ້ອຍ​ປະ​ໃຫ້​ຂ້ານ້ອຍ​ເຮັດ​ວຽກ​ຢູ່​ຄົນ​ດຽວ, ບອກ​ໃຫ້​ນາງ​ມາ​ຊ່ວຍ​ຂ້ານ້ອຍ​ແດ່!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

40 ສ່ວນ​ມາທາ​ນັ້ນ ເມົາ​ແຕ່​ວຸ້ນວາຍ​ຢູ່​ກັບ​ວຽກ​ບ້ານ​ການ​ເຮືອນ​ຕັ້ງ​ຫລາຍ​ຢ່າງ​ທີ່​ຕົນ​ຕ້ອງ​ເຮັດ. ດັ່ງນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ທ່ານ​ບໍ່​ສົນໃຈ​ບໍ ທີ່​ນ້ອງສາວ​ຂອງ​ຂ້ານ້ອຍ ປະ​ໃຫ້​ຂ້ານ້ອຍ​ເຮັດ​ວຽກ​ທັງໝົດ​ນີ້​ແຕ່​ຜູ້​ດຽວ? ຈົ່ງ​ບອກ​ນາງ​ໃຫ້​ມາ​ຊ່ວຍ​ຂ້ານ້ອຍ​ແດ່.”

Uka jalj uñjjattʼäta Copia luraña




ລູກາ 10:40
12 Jak'a apnaqawi uñst'ayäwi  

ເມື່ອ​ເວລາ​ຄໍ່າ​ມາ​ແລ້ວ ພວກສາວົກ​ກໍ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ບ່ອນນີ້​ກໍ​ເປັນ​ບ່ອນ​ຫ່າງໄກສອກຫລີກ ແລະ ໃກ້​ຄ່ຳ​ແລ້ວ, ຂໍ​ໃຫ້​ປະຊາຊົນ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຕາມ​ໝູ່ບ້ານ​ຕ່າງໆ ແລະ ຊອກຫາ​ຊື້​ອາຫານ​ສຳລັບ​ພວກເຂົາ​ເອງ”.


ດັ່ງນັ້ນ ເປໂຕ​ຈຶ່ງ​ໄດ້​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ ເລີ່ມ​ຕຳໜິ​ພຣະອົງ​ວ່າ, “ບໍ່​ແມ່ນ​ດອກ, ອົງພຣະຜູ້ເປັນເຈົ້າ​ເອີຍ! ສິ່ງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ພຣະອົງ​ຈັກເທື່ອ!”


ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ​ໄດ້​ຍິນ​ເລື່ອງ​ນີ້ ພວກເຂົາ​ກໍ​ມາ​ເພື່ອ​ຈະ​ຫ້າມ​ພຣະອົງ​ໄວ້, ເພາະ​ພວກເຂົາ​ເວົ້າ​ວ່າ, “ພຣະອົງ​ເສຍສະຕິ​ໄປ​ແລ້ວ”.


ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ, ພຣະອົງ​ກໍ​ມາ​ເຖິງ​ບ້ານ​ແຫ່ງ​ໜຶ່ງ ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຊື່​ວ່າ​ມາທາ ນາງ​ໄດ້​ເປີດ​ບ້ານ​ຂອງ​ຕົນ​ຕ້ອນຮັບ​ພຣະອົງ.


ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ມາທາ ມາທາ​ເອີຍ, ເຈົ້າ​ກັງວົນ ແລະ ວຸ້ນວາຍ​ນຳ​ຫລາຍ​ສິ່ງ​ແທ້​ນໍ,


ແລະ ຢ່າ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ກິນ​ຫຍັງ ຫລື ຈະ​ດື່ມ​ຫຍັງ.


ແຕ່​ພຣະເຢຊູເຈົ້າ​ຫັນໜ້າ​ມາ​ກ່າວ​ຕຳໜິ​ພວກເພິ່ນ.


ບັດນີ້​ມີ​ຊາຍ​ຄົນ​ໜຶ່ງ​ກຳລັງ​ປ່ວຍ​ຢູ່​ຊື່​ວ່າ​ລາຊາໂຣ. ລາວ​ມາ​ຈາກ​ບ້ານ​ເບັດທານີ, ບ້ານ​ທີ່​ມາຣີ ແລະ ມາທາ​ເອື້ອຍ​ຂອງ​ລາວ​ຢູ່.


ພຣະເຢຊູເຈົ້າ​ຮັກ​ມາທາ​ກັບ​ນ້ອງສາວ​ຂອງ​ນາງ ແລະ ລາຊາໂຣ.


ມີ​ການ​ຈັດ​ງານລ້ຽງ​ຢູ່​ທີ່​ນັ້ນ​ເພື່ອ​ເປັນ​ກຽດ​ແກ່​ພຣະເຢຊູເຈົ້າ, ນາງ​ມາທາ​ກໍ​ຮັບໃຊ້​ຢູ່, ໃນຂະນະ​ນັ້ນ​ລາຊາໂຣ​ເປັນ​ຜູ້​ໜຶ່ງ​ໃນ​ທ່າມກາງ​ຜູ້​ທີ່​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະອົງ.


ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka