Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:39 - ພຣະຄຳພີລາວສະບັບສະໄໝໃໝ່

39 ມາທາ​ມີ​ນ້ອງສາວ​ຄົນ​ໜຶ່ງ​ຊື່​ວ່າ​ມາຣີ ຜູ້​ທີ່​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

39 ມາທາ​ມີ​ນ້ອງສາວ​ຄົນ​ໜຶ່ງ​ຊື່​ວ່າ ມາຣີ ຜູ້​ຊຶ່ງ​ມາ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ລູກາ 10:39
11 Jak'a apnaqawi uñst'ayäwi  

ແຕ່​ມີ​ພຽງ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຈຳເປັນ. ມາຣີ​ໄດ້​ເລືອກ​ສິ່ງ​ທີ່​ດີ​ກວ່າ ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ສິ່ງ​ນັ້ນ​ໄປ​ຈາກ​ນາງ​ໄດ້”.


ສາມ​ມື້​ຕໍ່ມາ​ພວກເພິ່ນ​ຈຶ່ງ​ພົບ​ພຣະເຢຊູເຈົ້າ​ຢູ່​ທີ່​ເດີ່ນ​ວິຫານ, ພຣະອົງ​ນັ່ງ​ຢູ່​ໃນ​ທ່າມກາງ​ບັນດາ​ອາຈານ, ກຳລັງ​ຟັງ ແລະ ຖາມ​ບັນດາ​ອາຈານ​ເຫລົ່ານັ້ນ.


ແລ້ວ​ປະຊາຊົນ​ກໍ​ອອກ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ. ເມື່ອ​ພວກເຂົາ​ມາ​ຫາ​ພຣະເຢຊູເຈົ້າ​ກໍ​ພົບ​ວ່າ​ຜີມານຮ້າຍ​ໄດ້​ອອກ​ຈາກ​ຊາຍ​ຄົນ​ນັ້ນ​ໄປ​ແລ້ວ, ລາວ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ພຣະເຢຊູເຈົ້າ, ນຸ່ງ​ເສື້ອຜ້າ ແລະ ມີ​ສະຕິ​ດີ ພວກເຂົາ​ຈຶ່ງ​ຢ້ານ.


ບັດນີ້​ມີ​ຊາຍ​ຄົນ​ໜຶ່ງ​ກຳລັງ​ປ່ວຍ​ຢູ່​ຊື່​ວ່າ​ລາຊາໂຣ. ລາວ​ມາ​ຈາກ​ບ້ານ​ເບັດທານີ, ບ້ານ​ທີ່​ມາຣີ ແລະ ມາທາ​ເອື້ອຍ​ຂອງ​ລາວ​ຢູ່.


ຊາວ​ຢິວ​ຫລາຍ​ຄົນ​ໄດ້​ມາ​ຫາ​ມາທາ ແລະ ມາຣີ​ເພື່ອ​ເລົ້າໂລມໃຈ​ພວກເຂົາ​ທີ່​ໄດ້​ສູນເສຍ​ນ້ອງຊາຍ.


ແລ້ວ​ນາງ​ມາຣີ​ກໍ​ໄດ້​ເອົາ​ນ້ຳຫອມ​ບໍລິສຸດ​ປະມານ​ເຄິ່ງ​ລິດ​ທີ່​ມີ​ລາຄາ​ແພງ​ມາ ນາງ​ໄດ້​ຖອກ​ນໍ້າຫອມ​ນັ້ນ​ຫົດ​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ໃຊ້​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ. ຈົນ​ທົ່ວ​ທັງ​ເຮືອນ​ຫອມກຸ້ມ​ດ້ວຍ​ກິ່ນ​ນ້ຳຫອມ​ນັ້ນ.


“ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka