Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:30 - ພຣະຄຳພີລາວສະບັບສະໄໝໃໝ່

30 ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເຢຣູຊາເລັມ​ລົງ​ໄປ​ສູ່​ເມືອງ​ເຢຣີໂກ, ເມື່ອ​ລາວ​ຖືກ​ໂຈມຕີ​ໂດຍ​ພວກນັກປຸ້ນ. ພວກເຂົາ​ໄດ້​ແກ້​ເອົາ​ເຄື່ອງນຸ່ງ​ຂອງ​ລາວ​ອອກ, ຕີ​ລາວ​ຈົນ​ເກືອບ​ຕາຍ​ແລ້ວ​ກໍ​ຈາກ​ໄປ, ປະຖິ້ມ​ລາວ​ໄວ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

30 ພຣະເຢຊູເຈົ້າ​ໃຫ້​ຄຳຕອບ​ແກ່​ລາວ​ດັ່ງນີ້​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ ລົງ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ທີ່​ເມືອງ​ເຢຣີໂກ ແລະ​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກ​ນັກປຸ້ນ, ພວກ​ນັກປຸ້ນ​ໄດ້​ເອົາ​ທຸກສິ່ງ​ທີ່​ຊາຍ​ຜູ້​ນັ້ນ​ມີ ທັງ​ຕົບຕີ​ລາວ ແລະ​ປະຖິ້ມ​ໄວ້​ເກືອບ​ຕາຍ.

Uka jalj uñjjattʼäta Copia luraña




ລູກາ 10:30
7 Jak'a apnaqawi uñst'ayäwi  

ມີ​ປະໂລຫິດ​ຄົນ​ໜຶ່ງ​ບັງເອີນ​ໄດ້​ລົງ​ໄປ​ທາງ​ດຽວ​ກັນ​ນັ້ນ ແລະ ເມື່ອ​ລາວ​ໄດ້​ເຫັນ​ຊາຍ​ຄົນ​ນັ້ນ​ລາວ​ກໍ​ຫລີກ​ໄປ​ອີກ​ຟາກ​ອື່ນ.


ພຣະເຢຊູເຈົ້າ​ໄດ້​ພາ​ພວກສາວົກ​ທັງ​ສິບສອງ​ຄົນ​ແຍກ​ອອກ​ໄປ​ຕ່າງຫາກ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຮົາ​ກຳລັງ​ຂຶ້ນ​ໄປ​ເຢຣູຊາເລັມ ແລະ ທຸກສິ່ງ​ທີ່​ບັນດາ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ກ່ຽວກັບ​ບຸດມະນຸດ​ນັ້ນ​ຈະ​ສຳເລັດ.


ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ນຳ​ໜ້າ​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka