Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຈົ່ງ​ໄປ! ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນດັ່ງ​ລູກແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຈົ່ງ​ໄປ​ສາ ເຮົາ​ໃຊ້​ພວກເຈົ້າ​ໄປ​ເໝືອນ​ດັ່ງ​ລູກແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ.

Uka jalj uñjjattʼäta Copia luraña




ລູກາ 10:3
14 Jak'a apnaqawi uñst'ayäwi  

ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ໄປ​ເໝືອນດັ່ງ​ແກະ​ຢູ່​ທ່າມກາງ​ຝູງ​ໝາໄນ. ເຫດສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ ອ່ອນສຸພາບ​ເໝືອນ​ນົກເຂົາ.


ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.


“ຈົ່ງ​ລະວັງ​ພວກ​ຜູ້ທຳນວາຍ​ປອມ. ພວກເຂົາ​ມາ​ຫາ​ພວກເຈົ້າ​ໃນ​ຄາບ​ຂອງ​ແກະ, ແຕ່​ພາຍໃນ​ແລ້ວ​ພວກເຂົາ​ໂຫດຮ້າຍ​ຄື​ໝາປ່າ.


ຢ່າ​ຖື​ຖົງເງິນ ຫລື ຖົງເຄື່ອງ ຫລື ເກີບ​ໄປ​ນຳ ແລະ ຢ່າ​ແວ່​ທັກທາຍ​ຜູ້ໃດ​ຕາມ​ທາງ.


ຄົນຮັບຈ້າງ​ບໍ່​ແມ່ນ​ຜູ້ລ້ຽງແກະ ແລະ ບໍ່​ໄດ້​ເປັນ​ເຈົ້າຂອງ​ແກະ. ດັ່ງນັ້ນ ເມື່ອ​ລາວ​ເຫັນ​ໝາໄນ​ມາ​ລາວ​ກໍ​ປະຖິ້ມ​ແກະ ແລະ ແລ່ນ​ໜີ​ໄປ. ແລ້ວ​ໝາໄນ​ກໍ​ເຂົ້າ​ມາ​ທຳຮ້າຍ​ແກະ ແລະ ເຮັດ​ໃຫ້​ແຕກຊະ​ກັນ​ໄປ.


ຈົ່ງ​ລະນຶກ​ເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ໄວ້​ວ່າ: ‘ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ, ພວກເຂົາ​ກໍ​ຈະ​ຂົ່ມເຫັງ​ພວກເຈົ້າ​ເໝືອນກັນ. ຖ້າ​ພວກເຂົາ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ, ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ພວກເຈົ້າ​ເໝືອນກັນ.


ພວກເຂົາ​ຈະ​ຂັບໄລ່​ພວກເຈົ້າ​ອອກຈາກ​ທຳມະສາລາ, ໃນ​ຄວາມເປັນຈິງ​ແລ້ວ ເວລາ​ກຳລັງ​ຈະ​ມາ​ເຖິງ​ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ​ພວກເຂົາ​ກຳລັງ​ຮັບໃຊ້​ພຣະເຈົ້າ​ຢູ່.


ຂ້າພະເຈົ້າ​ຮູ້​ວ່າ​ເມື່ອ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ພວກ​ໝາໄນ​ຮ້າຍກາດ​ຈະ​ເຂົ້າ​ມາ​ໃນ​ພວກທ່ານ ແລະ ຈະ​ບໍ່​ລະເວັ້ນ​ຊີວິດ​ຂອງ​ຝູງ​ແກະ​ເລີຍ.


ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.


ແລະ ຂໍ​ໜັງສື​ແນະນຳ​ໂຕ​ໄປ​ຍັງ​ທຳມະສາລາ​ຕ່າງໆ​ໃນ​ເມືອງ​ດາມັສກັດ, ເພື່ອ​ວ່າ​ຖ້າ​ລາວ​ພົບ​ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອຖື “ທາງນັ້ນ” ບໍ່​ວ່າ​ຜູ້ຊາຍ ຫລື ແມ່ຍິງ, ລາວ​ກໍ​ຈະ​ຈັບ​ພວກເຂົາ​ເປັນ​ນັກໂທດ​ແລ້ວ​ນຳ​ໄປ​ເຢຣູຊາເລັມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka