Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ຄັ້ງ​ໜຶ່ງ ມີ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ຄົນ​ໜຶ່ງ​ໄດ້​ຢືນ​ຂຶ້ນ​ທົດລອງ​ພຣະເຢຊູເຈົ້າ​ໂດຍ​ຖາມ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ຄັ້ງ​ໜຶ່ງ ມີ​ທຳບັນດິດ​ຄົນ​ໜຶ່ງ ໄດ້​ຢືນ​ຂຶ້ນ​ເພື່ອ​ທົດລອງ​ພຣະເຢຊູເຈົ້າ ລາວ​ຖາມ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”

Uka jalj uñjjattʼäta Copia luraña




ລູກາ 10:25
13 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ແລ່ນ​ມາ​ຫາ​ພຣະອົງ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ​ແລ້ວ​ຖາມ​ວ່າ, “ອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ?”


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້​ຄຳສັ່ງ​ໄວ້​ຢ່າງ​ໃດ?”


ມີ​ຄູສອນກົດບັນຍັດ​ຄົນ​ໜຶ່ງ​ໄດ້​ເຂົ້າ​ມາ ແລະ ໄດ້​ຍິນ​ພຣະເຢຊູເຈົ້າ​ກັບ​ພວກຊາດູກາຍ​ກຳລັງ​ຖົກຖຽງ​ກັນ​ຢູ່. ເຫັນ​ວ່າ​ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໄດ້​ດີ, ລາວ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ໃນ​ບັນດາ​ກົດບັນຍັດ​ທັງໝົດ​ຂໍ້​ໃດ​ສຳຄັນ​ທີ່ສຸດ?”


ເຮົາ​ບອກ​ພວກເຈົ້າ​ວ່າ, ບັນດາ​ຜູ້ທຳນວາຍ ແລະ ກະສັດ​ທັງຫລາຍ​ຢາກ​ຈະ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ກໍ​ບໍ່​ໄດ້​ເຫັນ, ແລະ ຢາກ​ໄດ້​ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ ແຕ່​ກໍ​ບໍ່​ໄດ້​ຍິນ”.


ພຣະອົງ​ຈຶ່ງ​ຕອບ​ວ່າ, “ກົດບັນຍັດ​ມີ​ຂຽນ​ໄວ້​ວ່າ​ຢ່າງໃດ? ເມື່ອ​ທ່ານ​ອ່ານ​ແລ້ວ​ເຂົ້າໃຈ​ວ່າ​ຢ່າງໃດ?”


ມີ​ຜູ້ປົກຄອງ​ຄົນ​ໜຶ່ງ​ຖາມ​ພຣະອົງ​ວ່າ, “ອາຈານ​ຜູ້​ປະເສີດ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ?”


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ບໍ່​ຍອມຮັບ​ເຈດຕະນາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ, ເພາະ​ພວກເຂົາ​ບໍ່​ໄດ້​ບັບຕິສະມາ​ຈາກ​ໂຢຮັນ.)


ພວກເຂົາ​ໃຊ້​ຄຳຖາມ​ນີ້​ເປັນ​ບ້ວງແຮ້ວ​ເພື່ອ​ຊອກຫາ​ເຫດ​ກ່າວຫາ​ພຣະອົງ. ແຕ່​ພຣະເຢຊູເຈົ້າ​ກົ້ມລົງ ແລະ ໃຊ້​ນິ້ວມື​ຂຽນ​ລົງ​ທີ່​ພື້ນດິນ.


ເພາະວ່າ​ຖ້າ​ການຮັບ​ມໍລະດົກ​ນັ້ນ​ຂຶ້ນ​ກັບ​ກົດບັນຍັດ, ດ້ວຍ​ເຫດ​ນີ້​ການ​ຮັບ​ມໍລະດົກ​ກໍ​ບໍ່​ໄດ້​ຂຶ້ນ​ກັບ​ສັນຍາ​ອີກ​ຕໍ່ໄປ; ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ໃຫ້​ມໍລະດົກ​ນັ້ນ​ແກ່​ອັບຣາຮາມ​ຜ່ານ​ທາງ​ສັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka