Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ພວກ​ເຈັດສິບສອງ​ຄົນ​ນັ້ນ​ກໍ​ກັບ​ມາ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ແມ່ນ​ແຕ່​ພວກ​ຜີມານຮ້າຍ​ກໍ​ຍອມ​ຟັງ​ພວກຂ້ານ້ອຍ ເມື່ອ​ພວກຂ້ານ້ອຍ​ສັ່ງ​ມັນ​ໃນ​ນາມ​ຂອງ​ພຣະອົງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ຕໍ່ມາ ພວກ​ເຈັດສິບສອງ ຄົນ​ນັ້ນ​ກໍ​ກັບຄືນ​ມາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່ສຸດ ພວກເຂົາ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ແມ່ນແຕ່​ບັນດາ​ຜີມານຮ້າຍ ກໍ​ເຊື່ອຟັງ​ພວກ​ຂ້ານ້ອຍ ເມື່ອ​ພວກ​ຂ້ານ້ອຍ​ສັ່ງ​ມັນ​ໃນ​ນາມ​ຂອງທ່ານ.”

Uka jalj uñjjattʼäta Copia luraña




ລູກາ 10:17
8 Jak'a apnaqawi uñst'ayäwi  

ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ແລະ ໝາຍສຳຄັນ​ເຫລົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ເຮົາ, ພວກເຂົາ​ຈະ​ເວົ້າ​ພາສາ​ໃໝ່ໆ​ໄດ້,


ຕໍ່ມາ​ອົງພຣະຜູ້ເປັນເຈົ້າ​ແຕ່ງຕັ້ງ​ອີກ​ເຈັດສິບສອງ​ຄົນ ແລະ ສົ່ງ​ພວກເພິ່ນ​ອອກໄປ​ເປັນ​ຄູ່​ລ່ວງໜ້າ​ພຣະອົງ​ໄປ​ຍັງ​ທຸກ​ເມືອງ ແລະ ທຸກ​ບ່ອນ​ທີ່​ພຣະອົງ​ກຳລັງ​ຈະ​ໄປ.


ແຕ່​ຢ່າ​ຍິນດີ​ທີ່​ວິນຍານ​ຕ່າງໆ​ຍອມ​ຟັງ​ພວກເຈົ້າ, ແຕ່​ຈົ່ງ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ຖືກ​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ”.


ຈົ່ງ​ຮັກສາ​ຄົນເຈັບປ່ວຍ​ຢູ່​ໃນ​ເມືອງ​ນັ້ນ ແລະ ບອກ​ພວກເຂົາ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ພວກເຈົ້າ​ແລ້ວ’.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ​ພ້ອມກັນ, ພຣະອົງ​ໄດ້​ມອບ​ລິດອຳນາດ ແລະ ສິດອຳນາດ​ໃຫ້​ແກ່​ພວກເພິ່ນ​ເພື່ອ​ຂັບໄລ່​ຜີມານຮ້າຍ​ທັງໝົດ ແລະ ເພື່ອ​ຮັກສາ​ພະຍາດ​ຕ່າງໆ,


ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ທຳລາຍ​ຊາຕານ​ໄວ້​ໃຕ້​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ບັດນີ້ ຂະນະ​ທີ່​ຄຣິສຕະຈັກ​ຍອມ​ເຊື່ອຟັງ​ພຣະຄຣິດເຈົ້າ, ດັ່ງນັ້ນ ເມຍ​ກໍ​ຄວນ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ​ໃນ​ທຸກ​ສິ່ງ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka