Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ແຕ່​ໃນ​ວັນ​ພິພາກສາ​ນັ້ນ ໂທດ​ຂອງ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແຕ່​ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ຕີເຣ​ແລະ​ຊີໂດນ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 10:14
10 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ວັນ​ພິພາກສາ​ໂທດ​ຂອງ​ເມືອງ​ໂຊໂດມ ແລະ ໂກໂມຣາ​ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.


“ວິບັດ​ແກ່​ເຈົ້າ, ເມືອງ​ໂຂຣາຊິນ! ວິບັດ​ແກ່​ເຈົ້າ, ເມືອງ​ເບັດຊາອີດາ! ເພາະ​ຖ້າ​ການ​ອັດສະຈັນ​ທີ່​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ແລ້ວ, ພວກເຂົາ​ກໍ​ຄົງ​ຖິ້ມໃຈເກົ່າເອົາໃຈໃໝ່​ແຕ່​ດົນ ແລະ ນຸ່ງ​ຜ້າກະສອບເຂົ້າ​ແລ້ວ​ນັ່ງ​ເທິງ​ຂີ້ເຖົ່າ.


ຄຳ​ຕັດສິນ​ເປັນ​ດັ່ງນີ້​ຄື ຄວາມສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ, ແຕ່​ມະນຸດ​ຮັກ​ຄວາມມືດ​ແທນ​ທີ່​ຈະ​ຮັກ​ຄວາມສະຫວ່າງ ເພາະ​ການກະທຳ​ຂອງ​ພວກເຂົາ​ຊົ່ວຮ້າຍ.


ເຫດສະນັ້ນ ພວກເຈົ້າ​ກໍ​ບໍ່​ມີ​ຂໍ້​ແກ້ໂຕ, ພວກເຈົ້າ​ຜູ້​ຕັດສິນ​ຄົນ​ອື່ນ ເພາະວ່າ​ພວກເຈົ້າ​ຈະ​ຕັດສິນ​ຄົນ​ອື່ນ​ດ້ວຍ​ປະການ​ໃດ ພວກເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນ​ເອງ​ດ້ວຍ, ເພາະວ່າ​ພວກເຈົ້າ​ຜູ້​ເປັນ​ຄົນ​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ.


ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ທາງ​ກາຍ​ແຕ່​ຍັງ​ເຮັດ​ຕາມ​ກົດບັນຍັດ ຈະ​ລົງໂທດ​ພວກເຈົ້າ​ຜູ້​ລະເມີດ​ກົດບັນຍັດ ເຖິງວ່າ​ພວກເຈົ້າ​ມີ​ກົດບັນຍັດ​ເປັນ​ຕົວອັກສອນ ແລະ ໄດ້​ຮັບ​ພິທີຕັດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka