Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:80 - ພຣະຄຳພີລາວສະບັບສະໄໝໃໝ່

80 ແລ້ວ​ເດັກນ້ອຍ​ຄົນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ ແລະ ຝ່າຍ​ວິນຍານ​ກໍ​ເຂັ້ມແຂງ, ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ຈົນ​ເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ປະຊາຊົນ​ອິດສະຣາເອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

80 ຝ່າຍ​ລູກ​ນ້ອຍ​ນັ້ນ​ກໍ​ໃຫຍ່​ຂຶ້ນ ແລະ​ຈິດ​ວິນຍານ​ກໍ​ມີ​ກຳລັງ​ທະວີ​ຂຶ້ນ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈົນເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ພວກ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ລູກາ 1:80
11 Jak'a apnaqawi uñst'ayäwi  

ຂະນະ​ທີ່​ພວກລູກສິດ​ຂອງ​ໂຢຮັນ​ກຳລັງ​ຈະ​ຈາກ​ໄປ, ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ເຖິງ​ເລື່ອງ​ໂຢຮັນ​ແກ່​ປະຊາຊົນ​ວ່າ: “ພວກເຈົ້າ​ທັງຫລາຍ​ອອກ​ໄປ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໄປ​ມາ​ຕາມ​ລົມ​ພັດ​ບໍ?


ໃນ​ວັນ​ເຫລົ່ານັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເທດສະໜາ​ໃນ​ຖິ່ນແຫ້ງແລ້ງກັນດານ​ທີ່​ແຂວງ​ຢູດາຍ


ເພາະ​ເພິ່ນ​ຈະ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ. ເພິ່ນ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ ແລະ ຂອງ​ມຶນເມົາ ແລະ ເພິ່ນ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ເກີດ​ມາ.


ແລະ ເດັກນ້ອຍ​ນັ້ນ​ກໍ​ເຕີບໃຫຍ່ ແລະ ແຂງແຮງ, ພຣະອົງ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ພຣະອົງ.


ແລະ ພຣະເຢຊູເຈົ້າ​ກໍ​ເຕີບໃຫຍ່​ຂຶ້ນ​ທັງ​ທາງ​ດ້ານ​ສະຕິປັນຍາ ແລະ ດ້ານ​ຮ່າງກາຍ ແລະ ເປັນ​ທີ່​ພໍໃຈ​ຂອງ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງຫລາຍ.


ເຮົາ​ເອງ​ກໍ​ບໍ່​ຮູ້ຈັກ​ພຣະອົງ ແຕ່​ເຫດຜົນ​ທີ່​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ກໍ​ເພື່ອ​ໃຫ້​ພຣະອົງ​ເປັນ​ທີ່​ປາກົດແຈ້ງ​ແກ່​ປະຊາຊົນ​ອິດສະຣາເອນ”.


ເພາະ​ລາວ​ໄດ້​ໂຕ້ຕອບ​ຢ່າງ​ແຂງແຮງ​ກັບ​ພວກ​ຢິວ​ຕໍ່ໜ້າ​ຄົນ​ທັງຫລາຍ, ລາວ​ໄດ້​ຍົກ​ຂໍ້​ພຣະຄຳພີ​ມາ​ພິສູດ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka