Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:79 - ພຣະຄຳພີລາວສະບັບສະໄໝໃໝ່

79 ເພື່ອ​ສ່ອງສະຫວ່າງ​ແກ່​ບັນດາ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ຄວາມມືດ ແລະ ຢູ່​ໃນ​ເງົາ​ຂອງ​ຄວາມຕາຍ, ເພື່ອ​ຈະ​ນຳພາ​ຕີນ​ຂອງ​ພວກເຮົາ​ໄປ​ສູ່​ທາງ​ແຫ່ງ​ສັນຕິສຸກ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

79 ເພື່ອ​ຈະ​ສ່ອງ​ສະຫວ່າງ​ແກ່​ຄົນ​ທັງຫລາຍ​ ທີ່​ຢູ່​ໃນ​ບ່ອນ​ມືດ ແລະ​ຢູ່​ໃນ​ເງົາ​ ຂອງ​ຄວາມ​ຕາຍ ເພື່ອ​ຈະ​ນຳພາ​ຕີນ​ຂອງເຮົາ​ໄປ​ ໃນ​ທາງ​ສະຫງົບສຸກ.”

Uka jalj uñjjattʼäta Copia luraña




ລູກາ 1:79
36 Jak'a apnaqawi uñst'ayäwi  

ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມມືດ ໄດ້​ເຫັນ​ແສງສະຫວ່າງ​ອັນ​ຍິ່ງໃຫຍ່; ບັນດາ​ຜູ້​ອາໄສ​ໃນ​ດິນແດນ​ຂອງ​ເງົາ​ແຫ່ງ​ຄວາມຕາຍ​ນັ້ນ ແສງສະຫວ່າງ​ເລີ່ມ​ສ່ອງສະຫວ່າງ​ຂຶ້ນ​ແລ້ວ”.


ແສງສະຫວ່າງ​ເພື່ອ​ເປີດເຜີຍ​ແກ່​ບັນດາ​ຄົນຕ່າງຊາດ, ແລະ ເພື່ອ​ເປັນ​ສະຫງ່າລາສີ​ແກ່​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ”.


ເປັນ​ຄວາມສະຫວ່າງ​ແທ້​ທີ່​ໃຫ້​ຄວາມສະຫວ່າງ​ແກ່​ມະນຸດ​ທຸກຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃນ​ໂລກ.


ເຮົາ​ໄດ້​ເຂົ້າ​ມາ​ໃນ​ໂລກ​ນີ້​ໃນ​ຖານະ​ທີ່​ເປັນ​ຄວາມສະຫວ່າງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.


ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ໃນ​ໂລກ​ນີ້ ເຮົາ​ກໍ​ເປັນ​ຄວາມສະຫວ່າງ​ຂອງ​ໂລກ”.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.


ແລະ ພວກເຂົາ​ບໍ່​ຮູ້ຈັກ​ທາງ​ແຫ່ງ​ຄວາມ​ສະຫງົບສຸກ”.


ເພາະ​ເມື່ອກ່ອນ​ພວກເຈົ້າ​ຢູ່​ໃນ​ຄວາມມືດ, ແຕ່​ດຽວນີ້​ພວກເຈົ້າ​ເປັນ​ຄວາມສະຫວ່າງ​ໃນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ລູກ​ຂອງ​ຄວາມສະຫວ່າງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka