Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:76 - ພຣະຄຳພີລາວສະບັບສະໄໝໃໝ່

76 “ແລະ ສ່ວນ​ເຈົ້າ, ລູກ​ຂອງ​ພໍ່, ເຈົ້າ​ຈະ​ໄດ້​ຊື່​ວ່າ​ຜູ້ທຳນວາຍ​ຂອງ​ອົງ​ສູງສຸດ, ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນໜ້າ​ອົງພຣະຜູ້ເປັນເຈົ້າ​ເພື່ອ​ຈັດຕຽມ​ທາງ​ສຳລັບ​ພຣະອົງ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

76 ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ຜູ້ທຳນວາຍ​ຂອງ​ຜູ້​ສູງສຸດ. ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ອົງ​ພຣະ​ຜູ້​ ເປັນ​ເຈົ້າ ແລະ​ຈັດແຈງ​ບັນດາ​ທາງ​ ຂອງ​ພຣະອົງ

Uka jalj uñjjattʼäta Copia luraña




ລູກາ 1:76
22 Jak'a apnaqawi uñst'ayäwi  

ເຮໂຣດ​ຢາກ​ຈະ​ຂ້າ​ໂຢຮັນ​ແຕ່​ເພິ່ນ​ກໍ​ຢ້ານ​ປະຊາຊົນ ເພາະ​ພວກເຂົາ​ຖື​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.


ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’ ພວກເຮົາ​ກໍ​ຢ້ານ​ປະຊາຊົນ​ເພາະ​ທຸກຄົນ​ຖືວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ”.


“ເຮົາ​ໃຫ້​ພວກເຈົ້າ​ບັບຕິສະມາ​ດ້ວຍ​ນ້ຳ​ເພື່ອ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ອີກ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຈັບ​ເກີບ​ຂອງ​ເພິ່ນ. ເພິ່ນ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ຮັບບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.


ໂຢຮັນ​ຜູ້​ນີ້​ທີ່​ຖືກ​ກ່າວ​ເຖິງ​ໂດຍ​ຜ່ານ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ເຮັດ​ຫົນທາງ​ສຳລັບ​ພຣະອົງ​ໃຫ້​ຊື່​ໄປ’”.


ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’…” (ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ຖືວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ​ແທ້ໆ.)


ພຣະອົງ​ຈະ​ຍິ່ງໃຫຍ່ ແລະ ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ມອບ​ບັນລັງ​ຂອງ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພຣະອົງ​ໃຫ້​ແກ່​ພຣະອົງ,


ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ແຕ່​ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ ແລະ ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ວ່າ​ຈະ​ໄດ້​ສິ່ງໃດ​ຄືນ​ມາ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ອັນ​ໃຫຍ່ ແລະ ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ, ເພາະວ່າ​ພຣະອົງ​ຍັງ​ກະລຸນາ​ຕໍ່​ຄົນ​ເນລະຄຸນ ແລະ ຄົນຊົ່ວ.


ໂຢຮັນ​ຈຶ່ງ​ຕອບ​ຕາມ​ທີ່​ເອຊາຢາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ເປັນ​ສຽງ​ຂອງ​ຜູ້​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ເຮັດ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ​ໃຫ້​ຊື່​ໄປ’”.


ພຣະອົງ​ເປັນ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ, ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ເພິ່ນ”.


ພວກເຈົ້າ​ເອງ​ກໍ​ເປັນພະຍານ​ໄດ້​ເຖິງ​ຄຳເວົ້າ​ຂອງ​ເຮົາ​ທີ່​ວ່າ, ‘ເຮົາ​ບໍ່​ແມ່ນ​ພຣະເມຊີອາ​ແຕ່​ເປັນ​ຜູ້​ທີ່​ຖືກ​ໃຊ້​ມາ​ກ່ອນໜ້າ​ພຣະອົງ’.


ນາງ​ໄດ້​ຕິດຕາມ​ໂປໂລ​ກັບ​ພວກເຮົາ​ມາ ແລະ ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພວກເພິ່ນ​ມາ​ບອກ​ເລື່ອງ​ທາງ​ຄວາມພົ້ນ​ໃຫ້​ແກ່​ພວກເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka