Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:68 - ພຣະຄຳພີລາວສະບັບສະໄໝໃໝ່

68 ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ, ເພາະ​ພຣະອົງ​ມາ​ຢ້ຽມຢາມ​ບັນດາ​ຄົນ​ຂອງ​ພຣະອົງ ແລະ ໄຖ່​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

68 “ຈົ່ງ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ ດ້ວຍວ່າ, ພຣະອົງ​ໄດ້​ຊົງ​ຢ້ຽມຢາມ ແລະ ໄດ້​ຊົງ​ໄຖ່​ເອົາ​ພົນລະເມືອງ​ ຂອງ​ພຣະອົງ

Uka jalj uñjjattʼäta Copia luraña




ລູກາ 1:68
24 Jak'a apnaqawi uñst'ayäwi  

ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ຂອງ​ພວກເຮົາ ແລະ ພົ້ນ​ຈາກ​ມື​ຂອງ​ທຸກຄົນ​ທີ່​ກຽດຊັງ​ພວກເຮົາ


ພວກເຂົາ​ຈະ​ແກວ່ງ​ເຈົ້າ​ລົງ​ພື້ນດິນ, ເຈົ້າ​ກັບ​ລູກຫລານ​ພາຍ​ໃນ​ກຳແພງ​ຂອງ​ເຈົ້າ ພວກເຂົາ​ຈະ​ບໍ່​ປ່ອຍ​ໃຫ້​ເຫລືອ​ກ້ອນຫີນ​ຊ້ອນ​ທັບ​ກັນ​ຈັກ​ກ້ອນ ເພາະວ່າ​ເຈົ້າ​ບໍ່​ຮູ້ຈັກ​ເວລາ​ທີ່​ພຣະເຈົ້າ​ຈະ​ມາ​ຫາ​ເຈົ້າ”.


ໃນ​ເວລາ​ນັ້ນ ນາງ​ໄດ້​ເຂົ້າ​ມາ​ຫາ​ພວກເພິ່ນ​ແລ້ວ​ຂອບພຣະຄຸນ​ພຣະເຈົ້າ ແລະ ເວົ້າ​ເຖິງ​ເດັກນ້ອຍ​ຄົນ​ນີ້​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ໄຖ່​ເຢຣູຊາເລັມ​ຟັງ.


ແຕ່​ພວກເຮົາ​ຫວັງ​ວ່າ​ພຣະອົງ​ຄື​ຜູ້​ທີ່​ຈະ​ມາ​ໄຖ່​ຊົນຊາດ​ອິດສະຣາເອນ. ແລະ ຫລາຍ​ກວ່າ​ນັ້ນ​ອີກ ວັນ​ນີ້​ກໍ​ເປັນ​ວັນ​ທີ​ສາມ​ແລ້ວ​ນັບ​ຕັ້ງແຕ່​ເຫດການ​ນັ້ນ​ໄດ້​ເກີດຂຶ້ນ.


ຄົນ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ຜູ້ທຳນວາຍ​ຍິ່ງໃຫຍ່​ຜູ້​ໜຶ່ງ​ໄດ້​ມາ​ປາກົດ​ໃນ​ທ່າມກາງ​ພວກເຮົາ​ແລ້ວ. ພຣະເຈົ້າ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ”.


ຂໍ​ໃຫ້​ຄຳສັນລະເສີນ​ຈົ່ງ​ມີ​ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ພອນ​ໃນ​ສະຫວັນ​ສະຖານ​ໃຫ້​ແກ່​ພວກເຮົາ​ດ້ວຍ​ພຣະພອນ​ຝ່າຍ​ວິນຍານ​ທຸກ​ຢ່າງ​ໃນ​ພຣະຄຣິດເຈົ້າ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ


ພຣະອົງ​ບໍ່​ໄດ້​ເຂົ້າໄປ​ດ້ວຍ​ເລືອດ​ແບ້ ແລະ ລູກງົວ, ແຕ່​ພຣະອົງ​ໄດ້​ເຂົ້າ​ໄປ​ສູ່​ສະຖານ​ສັກສິດ​ທີ່ສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ, ຈຶ່ງ​ໄດ້​ການໄຖ່​ຕະຫລອດໄປ​ເປັນນິດ​ມາ.


ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka